ລາວຈັດຢູ່ອັນດັບ 42 ຂອງໂລກທີ່ມີຄວາມສ່ຽງຕໍ່ການປ່ຽນແປງດິນຟ້າອາກາດ

ເຄືອຂ່າຍຂອງສະຫະປະຊາຊາດຮ່ວມກັບກົມສະຫວັດດີການສັງຄົມ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດຝຶກອົບຮົມກ່ຽວກັບການປະເມີນຄວາມຕ້ອງການຫລັງເກີດໄພພິບັດຂຶ້ນເມື່ອບໍ່ດົນມານີ້, ເຊິ່ງເປັນສ່ວນໜຶ່ງຂອງການສ້າງຄວາມອາດສາມາດໃນການສ້າງຄວາມເຂັ້ມແຂງຕໍ່ກັບຜົນກະທົບຈາກສະພາບອາກາດ ແລະ ໄພພິບັດ, ໂດຍການເຂົ້າຮ່ວມຂອງທ່ານ ບາລາຊູບຣາມານຽມ ມູຣາລີ ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ, ທ່ານ ວົງຄຳ ພັນທານຸວົງ ຕາງໜ້າຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຕາງໜ້າຈາກແຂວງບໍລິຄຳໄຊ ແລະ ສາລະວັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນຊຸດອົບຮົມນີ້, ໄດ້ຊີ້ໃຫ້ເຫັນວ່າ ສປປ ລາວ ຖືກຈັດຢູ່ອັນດັບ 42 ທີ່ມີຄວາມສ່ຽງຕໍ່ກັບການປ່ຽນແປງດິນຟ້າອາກາດ, ຍ້ອນວ່າ ສປປ ລາວ ມັກມີເຫດການໄພພິບັດທາງທຳມະຊາດເກີດຂຶ້ນເລື້ອຍໆ, ຄວາມອ່ອນໄຫວຂອງ ສປປ ລາວ ຕໍ່ກັບໄພພິບັດທາງທຳມະຊາດ ແມ່ນເກີດຂຶ້ນອີກຄັ້ງຢູ່ແຂວງຜົ້ງສາລີ, ຫລາຍເມືອງໄດ້ຮັບຄວາມເດືອນຮ້ອນຈາກການສູນເສຍຜົນລະປູກ, ລະບົບຊົນລະປະທານເປ່ເພ ແລະ ນໍ້າຖ້ວມເຮືອນຊານບ້ານຊ່ອງປະຊາຊົນເປັນຈໍານວນຫລາຍ. ສະນັ້ນການປະເມີນຄວາມສ່ຽງຫລັງເກີດໄພພິບັດ ເປັນເຄື່ອງມືໜຶ່ງທີ່ໄດ້ຖືກສ້າງຂຶ້ນໂດຍອົງການສະຫະປະຊາຊາດ, ສະຫະພາບເອີຣົບ ແລະ ທະນາຄານໂລກ ເພື່ອປະເມີນການທຳລາຍ, ການສູນເສຍຫລັງເກີດໄພພິບັດຄັ້ງໃຫຍ່ ແລະ ທີ່ສຳຄັນແມ່ນເພື່ອຮັບປະກັນການຟື້ນຟູຢ່າງມີຄວາມຮັບຜິດຊອບ, ເຊິ່ງການຝຶກອົບຮົມນີ້, ເປັນສ່ວນໜຶ່ງຂອງໂຄງການການປະເມີນຄວາມສ່ຽງຫລັງເກີດໄພພິບັດ.
ປັດຈຸບັນ, ການຝຶກອົບຮົມລັກສະນະດຽວກັນ ພວມດຳເນີນຢູ່ຫລາຍປະເທດໃນເຂດອາຊີ ແລະ ປາຊີຟິກ ເຊັ່ນ: ກຳປູເຈຍ, ວານູອາຕູ ແລະ ຫວຽດນາມ ແລະ ໃນທົ່ວໂລກ ໄດ້ມີການຈັດຝຶກອົບຮົມຫລາຍກວ່າ 20 ຄັ້ງ ໃຫ້ແກ່ 1.500 ຄົນໃນໄລຍະ 4 ປີ.

