ລາວກຽມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ

ໃນວັນທີ 5 ກໍລະກົດ ນີ້, ທ່ານ ນາງ ບັນດິດ ປະທຸມວັນ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ໄດ້ຖະແຫຼງໃຫ້ຮູ້ວ່າ: ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ (20/7/1955-20/7/2018) ໃຫ້ມີຄວາມໝາຍເລິກເຊິ່ງ ແລະ ເປັນຂະບວນຟົດຟື້ນ ສູນກາງສະຫະພັນແມ່ຍິງລາວຈະຈັດໃຫ້ມີຫຼາຍກິດຈະກໍາເຊັ່ນ: ໃນຕອນເຊົ້າຂອງວັນທີ 13 ກໍລະກົດ ນີ້, ຈະໄດ້ວາງກະຕ່າດອກໄມ້ທີ່ອານຸສອນສະຖານປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ. ຈາກນັ້ນ ກໍຈະມີຈັດກິດຈະກໍາພາຍໃຕ້ຫົວຂໍ້ “ແມ່ຍິງກັບການອະນຸລັກວັດທະນະ ສູ່ປີທ່ອງທ່ຽວລາວ, ການຮັກສາສິ່ງແວດລ້ອມສີຂຽວ ແລະ ຍືນຍົງ” ຂຶ້ນທີ່ສູນອົບຮົມແມ່ຍິງລາວ ໂດຍຮ່ວມກັບ ສະຫະພັນແມ່ຍິງ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ກະຊວງປ້ອງກັນປະເທດ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ສະຫະພັນແມ່ຍິງນະຄອນຫຼວງວຽງຈັນ, ຊຶ່ງພາຍໃນງານຈະມີການສະແດງວັດທະນະທໍາຂອງແມ່ຍິງບັນດາເຜົ່າ, ງານຕະຫຼາດນັດແບບພື້ນບ້ານ (ໂລະລາດ) ທີ່ມີການວາງສະແດງ ແລະ ຈໍາໜ່າຍຜະລິດຕະພັນທີ່ຜະລິດໂດຍແມ່ຍິງລາວ, ການຟ້ອນຍ້ອນຍຸກ, ກອງເຊີ້ງ, ແຂ່ງຂັນກິລາແບບພື້ນບ້ານຕິດພັນກັບການຮັກສາສິ່ງແວດລ້ອມ ເປັນຕົ້ນແມ່ນ ການແຂ່ງຂັນຫໍ່ເຂົ້າຕົ້ມ, ຝັດເຂົ້າ, ຈັດດອກໄມ້, ເຕັ້ນເຊືອກ, ໂຍນກະຕໍ່ໃສ່ກະຕ່າຫວາຍ, ຍ່າງເທິງກະໂປະໝາກພ້າວ. ນອກນີ້, ຍັງຈະມີການໃຫ້ຄວາມຮູ້ ແລະ ກວດທາດນໍ້າຕານ, ໄວຣັດຕັບ B ແລະC ໂດຍບໍ່ເສຍຄ່າແລະ ໃນຕອນເຊົ້າຂອງວັນທີ 19 ກໍລະກົດ ຈະມີພິທີໂຮມຊຸມນຸມສະຫຼອງວັນດັ່ງກ່າວ ເພື່ອຫວນຄືນມູນເຊື້ອ ແລະ ຜົນສໍາເລັດຕ່າງໆຂອງແມ່ຍິງລາວ ຂຶ້ນທີ່ສະໂມສອນກະຊວງປ້ອງກັນປະເທດ.

