ຣີລ ມາດຣິດ ພ້ອມຮັບຂໍ້ສະເໜີ ຢູເວນຕຸສ ຍື່ນຊື້ ໂຣນັລໂດ້

ຣີລ ມາດຣິດ ສະໂມສອນຍັກໃຫຍ່ແຫ່ງ ລາລີກາ ສະເປນ ຕົກເປັນຂ່າວວ່າພ້ອມຈະຍອມຮັບຂໍ້ສະເໜີ 100 ລ້ານຢູໂຣ ຈາກ ຢູເວນຕຸສ ສະໂມສອນຍັກໃຫຍ່ແຫ່ງ ກັລໂຊ່ ເຊເຣຍ ອາ ທີ່ຍື່ນຂໍຊື້ ຄຣິສເຕຍໂນ ໂຣນັລໂດ້ ຫົວຫອກຄົນເກັ່ງ ໄປຮ່ວມທີມໃນຊຳເມີ້ນີ້ ຈາກການລາຍງານໃນວັນທີ 4 ກໍລະກົດ.
ມີການອ້າງວ່າ ດາວເຕະທີມຊາດໂປຣຕຸເກສ ອາຍຸ 33 ປີ ຈະໄດ້ຮັບອະນຸຍາດໃຫ້ຍ້າຍທີມໃນຊຳເມີ້ນີ້ ຫລັງຈາກຫລິ້ນໃນຖິ່ນຊານຕິອາໂກ ເບຣ໌ນາເບວ ມາເຖິງ 9 ປີ ໂດຍກ່ອນໜ້ານີ້ ໂຣນັລໂດ້ ເປີດເຜີຍວ່າ ລາວຍັງບໍ່ຮູ້ອະນາຄົດຂອງຕົນເອງ ຫລັງຈາກທີ່ຊ່ວຍ ຣີລ ມາດຣິດ ຄວ້າແຊ້ມຢູຟາ ແຊມປ້ຽນລີກ 3 ສະໄໝຕິດຕໍ່ກັນ ແລະ ການເຈລະຈາສັນຍາໃໝ່ກໍບໍ່ຄືບໜ້າ.
ໜັງສືພິມມາຣ໌ກ້າ ຂອງສະເປນ ລາຍງານວ່າ: ຣີລ ມາດຣິດ ໄດ້ເລີ່ມຕົ້ນເຈລະຈາກັບ ຢູເວນຕຸສ ແລ້ວ ແລະ ອາດຈະສາມາດບັນລຸຂໍ້ຕົກລົງກັນໄດ້. ຂະນະທີ່ ເອ ໂບລ່າ ສື່ໂປຣຕຸເກສ ລະບຸວ່າ: ທັງ 2 ຝ່າຍກຳລັງຫາລືກັນເຊັ່ນດຽວກັນ.
ນອກຈາກຄ່າຕົວທີ່ແພງເປັນສະຖິຕິສະໂມສອນແລ້ວ ຄາດວ່າ ຢູເວນຕຸສ ຍັງພ້ອມຈະຈ່າຍຄ່າເມື່ອຍໃຫ້ ໂຣນັລໂດ້ ສູງສຸດໃນປະຫວັດສາດຂອງພວກເຂົາ ໂດຍ ມາຣ໌ກ້າ ຄາດວ່າ ຢູເວນຕຸສ ຈະມອບເງິນໃຫ້ດາວຍິງໂປຣຕຸເກສປີລະ 30 ລ້ານຢູໂຣ.
ທັງນີ້ ເຊື່ອວ່າ ຣີລ ມາດຣິດ ຈະນຳເອົາເງິນທີ່ໄດ້ຈາກການຂາຍ ໂຣນັລໂດ້ ໄປໄລ່ລ່າຄວ້າ ເນມາ ຫົວຫອກຄົນເກັ່ງ ປາຣີສ ແຊງແຊກແມງ ສະໂມສອນມະຫາເສດຖີແຫ່ງ ລີກເອິງ ມາຮ່ວມທີມຕໍ່ໄປ.

