ນາຍົກປ໋ອກຕຸຍການຂໍຮັບຜູ້ອົບພະຍົບເພີ່ມ ສວນທາງປະເທດໃນເອີຣົບ

ນາຍົກລັດຖະມົນຕີ ອັນໂຕນິໂອ ຄອສຕາ ຂອງປ໋ອກຕຸຍການ ກ່າວວ່າ: ປ໋ອກຕຸຍການຂໍຮັບຜູ້ອົບພະຍົບເພີ່ມ ແລະ ບໍ່ກັງວົນຕໍ່ການຮັບຊາວຕ່າງປະເທດ. ຂະນະທີ່ປະເທດໃນເອີຣົບພະຍາຍາມຫລຸດຈຳນວນຜູ້ອົບພະຍົບທີ່ຫລັ່ງໄຫລເຂົ້າມາ.
ຄຳກ່າວຂອງນາຍົກລັດຖະມົນຕີປ໋ອກຕຸຍການໃນກອງປະຊຸມໃນເດືອນພຶດສະພາ ຮຽກສຽງຕົບມືຈາກກຸ່ມນັກເຄື່ອນໄຫວເພື່ອສິດທິ ເຊິ່ງກົງກັນຂ້າມກັບປະເທດໃນເອີຣົບທີ່ພະຍາຍາມສະກັດຜູ້ອົບພະຍົບເຂົ້າປະເທດຈຳນວນຫລາຍ. ໃນໄລຍະເວລາທີ່ປ໋ອກຕຸຍການຕ້ອງການຮັບຜູ້ອົບພະຍົບເພື່ອເປັນແນວທາງໃນການຮັບມືກັບຈຳນວນປະຊາກອນທີ່ຫລຸດລົງ. ປ໋ອກຕຸຍການສະແດງນະໂຍບາຍທີ່ເປີດກວ້າງໃນການຮັບຜູ້ອົບພະຍົບ ໂດຍການເປັນໜຶ່ງໃນປະເທດທຳອິດທີ່ອາສາຮັບຜູ້ອົບພະຍົບຈາກເຮືອກູ້ໄພໄລໄລ ເຊິ່ງຕົກຄ້າງຢູ່ໃນທະເລແຕ່ວັນທີ 21 ມິຖຸນາຜ່ານມາ, ຫລັງຈາກອີຕາລີປະຕິເສດບໍ່ຍອມຮໃຫ້ເປັນບ່ອນລີ້ໄພອີກແລ້ວ. ກ່ອນໜ້ານີ້ ຜູ້ນຳປະເທດໃນເອີຣົບປະສົບບັນຫາໃນການຕົກລົງກັນລະຫວ່າງກອງປະຊຸມສຸດຍອດໃນອາທິດຜ່ານມາ ເພື່ອແບ່ງກັນຮັບຜູ້ອົບພະຍົບທາງຝັ່ງອາເມລິກາເໜືອ ເຊິ່ງລັດຖະບານສັງຄົມນິຍົມປ໋ອກຕຸຍການໄດ້ເລີ່ມເປີດຮັບຜູ້ອົບພະຍົບເຂົ້າປະເທດຫລາຍຂຶ້ນ ໂດຍມີການສຶກສາແຜນຮອງຮັບຕ່າງໆເຊັ່ນ: ການຈັດສັນບ່ອນຢູ່, ການຈ້າງວຽກ, ການໃຫ້ວີຊາ, ການສຶກສາ ແລະ ການຝຶກງານ.

