ຊານເຊສ ຍ້ອງ ລູກາກູ ຫລັງໂຊຟອມ ດາວຍິງສູງສຸດບານໂລກ 2018

ອາເລັກຊິກ ຊານເຊສ ກອງໜ້າສະໂມສອນແມນເຊັດເຕີ ຢູໄນເຕັດ ອອກມາຍ້ອງ ແລະ ຊົມເຊີຍເພື່ອນຮ່ວມຕົ້ນສັງກັດ ໂຣເມລູ ລູກາກູ ກອງໜ້າທີມຊາດເບວຢ້ຽມ ທີ່ເປັນດາວຍິງສູງສຸດບານໂລກ 2018.
ຊານເຊສ ກອງໜ້າສະໂມສອນແມນເຊັດເຕີ ຢູໄນເຕັດ ກ່າວວ່າ: ລູກາກູ ມີຄວາມແນ່ນອນໃນການຍິງປະຕູ ແລະ ເປັນຄົນທີ່ມີຮູບແບບການຫລິ້ນທີ່ດີ ເຊິ່ງຕົນເອງເຊື່ອວ່າເຂົາສາມາດຄວ້າລາງວັນດາວຍິງສູງສຸດໃນບານໂລກ 2018 ນີ້.
ສໍາລັບ ລູກາກູ ປັດຈຸບັນຍິງໄປແລ້ວ 4 ປະຕູຈາກການລົງສະໜາມ 2 ຄັ້ງໃນຮອບແບ່ງກຸ່ມ.

