ເປເກີມັນ ຮັບກັງວົນອາການ ບາດເຈັບຂອງ ຮາເມສ

ໂຮເຊ່ ເປເກີມັນ ຜູ້ຈັດການທີມໂຄລອມເບຍ ຍອມຮັບວ່າເປັນຫ່ວງກັບອາການບາດເຈັບຂອງ ຮາເມສ ໂຣດຣິເກ ກອງກາງຄົນເກ່ັງຂອງທີມ ຫລັງຈາກ ໂຣດຣິເກ ມີອາການບາດເຈັບບໍລິເວນນ໋ອງໃນເກມ ບານໂລກ 2018 ຮອບແບ່ງກຸ່ມ ກຸ່ມ H ນັດທີ່ເອົາຊະນະ ເຊເນກັລ 1-0 ໃນວັນທີ 28 ມິຖຸນາ.
ໂຣດຣິເກ ມີອາການບາດເຈັບກ່ອນບານໂລກ 2018 ຈະເລີ່ມຂຶ້ນແລ້ວ ເຖິງຂະໜາດເຮັດໃຫ້ລາວບໍ່ໄດ້ລົງຫລິ້ນໃນເກມທີ່ີເສຍໃຫ້ ຍີ່ປຸ່ນ 1-2 ໃນວັນທີ 19 ມິຖຸນາ ກ່ອນທີ່ລາວຈະກັບມາລົງສະໜາມໄດ້ໃນເກມຊະນະ ໂປແລນ 3-0 ໃນວັນທີ 24 ມິຖຸນາ.
ທັງນີ້ ດາວຊັລໂວສູງສຸດຂອງບານໂລກ 2014 ຖືກສົ່ງລົງຫລິ້ນເປັນຕົວຈິງໃນເກມກັບ ເຊເນກັລ ແຕ່ອາການບາດເຈັບເກີດຂຶ້ນມາອີກ ຈົນເຮັດໃຫ້ລາວຖືກປ່ຽນຕົວອອກຈາກສະໜາມໃນນາທີ 31 ແລະ ຕອນນີ້ຍັງບໍ່ແນ່ນອນວ່າອາການບາດເຈັບຂອງລາວຈະຮ້າຍແຮງຊໍ່າໃດ.
ໂຄລອມເບຍ ມີໂປຣແກຣມລົງສະໜາມຮອບ 16 ທີມສຸດທ້າຍບານໂລກ 2018 ພົບກັບອັງກິດ ໃນວັນທີ 3 ກໍລະກົດນີ້.

