5 ວິທີ ຊ່ວຍໃຫ້ລູກເຊົາດູດປ໋ອງນົມໄດ້ແນ່ນອນ

 

  1. ຕັດການດູດປ໋ອງນົມໂດຍເດັດຂາດ: ວິທີນີ້ເປັນວິທີທີ່ແຂງສຸດໆ ແມ່ຕ້ອງໃຈແຂງ ວິທີນີ້ຈະເຮັດໃຫ້ເລີກເຊົາດູດປ໋ອງນົມໄວທີ່ສຸດ ປະມານ 3 ມື້ລູກຈະເຊົາດູດປ໋ອງນົມແນ່ນອນ.
  2. ດຶງຄວາມສົນໃຈໃຫ້ໄປທີ່ສິ່ງອື່ນ: ຖ້າລູກເລີ່ມຢາກດູດປ໋ອງນົມ ໃຫ້ລອງໃຊ້ສິ່ງອື່ນມາດຶງຄວາມສົນໃຈຂອງລູກ ເພື່ອໃຫ້ລູກຜ່ອນຄາຍ ແຕ່ຖ້າບໍ່ໄດ້ແທ້ໆ ແມ່ກໍສາມາດປ່ອຍໃຫ້ຮ້ອງໄຫ້ໄດ້ຢ່າງໜ້ອຍປະມານ 10 ນາທີ ລູກຈະຄ່ອຍໆສະຫງົບລົງໄດ້.
  3. ຫຼຸດປະລິມານນົມເທື່ອລະໜ້ອຍ: ວິທີທີ່ນຸ່ມນວນທີ່ສຸດ ໃນການໃຫ້ລູກເຊົາດູດປ໋ອງນົມ ຄືການຫຼຸດປະລິມານການດູດຂອງລູກໃຫ້ໜ້ອຍລົງ ອາດຈະໃຫ້ລູກດູດນົມຈາກປ໋ອງໃນຕອນກາງຄືນທີ່ຈະນອນເທົ່ານັ້ນກໍໄດ້.
  4. ໃຫ້ລາງວັນ ຫຼື ສິ່ງທີ່ລູກຢາກໄດ້ເປັນຂອງລໍ່ໃຈ
  5. ບໍ່ໃຫ້ລູກເຫັນປ໋ອງນົມອີກເລີຍ