ສ ເກົາຫລີ ທີມທຳອິດຂອງອາຊີ ລົ້ມ ເຢຍລະມັນ ໃນບານໂລກ 2018

ບານໂລກ 2018 ທີ່ຣັດເຊຍ ນັດສຸດທ້າຍຂອງກຸ່ມເອຟ ແຟນບານເຢຍລະມັນທົ່ວໂລກສຸດຜິດຫວັງ ເມື່ອທີມຮັກຕົກຮອບທຳອິດແບບເໜືອຄວາມຄາດຫມາຍ ເສຍໃຫ້ ສ ເກົາຫລີ ຕົວແທນຈາກອາຊີ 0-2 ໃນທ້າຍເກມ ນາທີ 92 ແລະ 96. ຕະຫລອດເກມ ເຢຍລະມັນ ບຸກຫນັກ ມີໂອກາດຍິງເຖິງ 26 ຄັ້ງ ແຕ່ຂາດຄວາມເດັດຂາດ ຫມົດໂອກາດປ້ອງກັນແຊ້ມຢ່າງຫນ້າເສຍດາຍ.
ຂະນະທີ່ ສ ເກົາຫລີ ຊະນະ 2-0 ຕາມເປົ້າຫມາຍ ມີລຸ້ນເຂົ້າຮອບຖ້າ ເມັກຊິໂກ ຊະນະ ສະວີເດັນ ແຕ່ຜົນບໍ່ເປັນແບບນັ້ນ ກັບກາຍເປັນ ສະວີເດັນ ສະແດງຜົນງານໄດ້ດີ ເອົາຊະນະ ເມັກຊິໂກ 3-0 ເຂົ້າຮອບຢ່າງສະຫງ່າ ເປັນທີ 1 ຂອງກຸ່ມ ມີ 6 ຄະແນນຈາກ 3 ນັດ, ສ່ວນ ເມັກຊິໂກ ເຂົ້າຮອບແບບຫວຸດຫວິດ ເພາະຖ້າ ເຢຍລະມັນ ຊະນະ ສ ເກົາຫລີ ຕົກຮອບທັນທີ ໂຊກດີ ເຢຍລະມັນ ປະລາໄຊ ເຮັດໃຫ້ທີມເຂົ້າຮອບຕາມຫລັງ ສະວີເດັນ ດ້ວຍອັນດັບ 2 ຂອງກຸ່ມ ມີ 6 ຄະແນນເທົ່າກັນ ແຕ່ປະຕູໄດ້ເສຍຫນ້ອຍກວ່າ. ຂະນະທີ່ ສ ເກົາຫລີ ແລະ ເຢຍລະມັນ ມີ 3 ຄະແນນເທົ່າກັນຕົກຮອບ.
ເຢຍລະມັນ ຕົກຮອບທຳອິດບານໂລກ ເປັນຄັ້ງທີ 2 ໃນຮອບ 80 ປີ ຫລ້າສຸດປີ 1938 ທີ່ຝຣັ່ງ ແລະ ເປັນແຊ້ມເກົ່າທີມທີ 5 ຕົກຮອບທຳອິດໃນບານໂລກຄັ້ງຕໍ່ຈາກ ອີຕາລີ ປີ 1950 ແລະ 2010, ບຣາຊິລ ປີ 1966, ຝຣັ່ງ ປີ 2002 ແລະ ສະເປນ ປີ 2014. ຜົນງານ 4 ຄັ້ງຜ່ານມາຂອງ ເຢຍລະມັນ ໃນບານໂລກຢ່າງຕໍ່າຮອບ 4 ທີມສຸດທ້າຍ.
ສ ເກົາຫລີ ຊະນະ ເຢຍລະມັນ ໃນບານໂລກຮອບສຸດທ້າຍຄັ້ງທຳອິດ ຈາກ 3 ຄັ້ງທີ່ພົບກັນ ຜ່ານມາ 2 ນັດ ເສຍທັງສອງນັດ. ນີ້ເປັນນັດທຳອິດທີ່ ເຢຍລະມັນ ເສຍໃຫ້ທີມຈາກອາຊີ ໃນບານໂລກຮອບສຸດທ້າຍ.
ສະວີເດັນ ເຂົ້າຮອບ 16 ທີມ 4 ຄັ້ງຄິດຕໍ່ກັນ. ເມັກຊິໂກ ເຂົ້າຮອບ 16 ທີມ 8 ຄັ້ງຄິດຕໍ່ກັນ. ເຈຊຸສ ກາວລາໂດ້ ກອງຫລັງທີມຊາດເມັກຊິໂກ ສ້າງສະຖິຕິໄດ້ໃບເຫລືອງໄວສຸດໃນບານໂລກຮອບສຸດທ້າຍພຽງ 15 ວິນາທີ.

