ແຂວງອຸດົມໄຊຈູດທຳລາຍຢາເສບຕິດຈຳນວນຫລາຍ

ເນື່ອງໃນໂອກາດ ວັນ ສາກົນຕ້ານຢາເສບຕິດ ຄົບຮອບ 31 ປີ (26 ມິຖຸ ນາ 1987 – 26 ມິຖຸນາ 2018) ຢູ່ສະໜາມກິລາ ແຂວງ ອຸດົມໄຊ ໄດ້ຈັດພິທີຈູດທຳ ລາຍຢາເສບຕິດເປັນຈຳ ນວນຫລາຍ ໂດຍການເຂົ້າ ຮ່ວມ ຂອງ ທ່ານ ພັນເອກ ນີລະວົງ ເຈືອງຕະວະລາດ ຫົວໜ້າກອງບັນຊາ ການ ປກສ ແຂວງ ມີທ່ານ ຄຳ ພຽງ ຢາຈົງວ່າ ຮອງເຈົ້າ ແຂວງໆອຸດົມໄຊ, ພ້ອມ ດ້ວຍພະແນກການອ້ອມ ຂ້າງ, ແຂວງເຂົ້າຮ່ວມ ຢ່າງພ້ອມພຽງ ແລະ ຢາ ເສບຕິດທີ່ນຳມາທຳລາຍ ຄັ້ງນີ້ ແມ່ນສານປະຊາຊົນ ໄດ້ຕັດສິນແລ້ວລວມມີຢາ ບ້າ 329 ພັນກວ່າເມັດ, ແປ້ງຝຸ່ນຜະລິດຢາເສບຕິດ 754 ກິໂລ, ເຮໂຣອິນ ແລະ ຝິ່ນອີກຈຳນວນໜຶ່ງ.

ຫລາຍແຂວງຈູດທຳລາຍຢາເສບຕິດໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ

ຫລວງນ້ຳທາຈູດທຳລາຍຢາເສບຕິດຈຳນວນຫລາຍ