ອຸຕຸເຕືອນຈະມີຝົນຕົກຕິດຕໍ່ຫລາຍວັນ ໃຫ້ລະວັງນໍ້າຖ້ວມ ແລະ ດິນເຈື່ອນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ຄວາມກົດດັນອາກາດຕ່ຳຍັງຈະປົກຄຸມຢູ່ແຂວງພາກເຫນືອ ແລະ ພາກກາງຂອງປະເທດດ້ວຍກຳລັງປານກາງ ສົມທົບກັບລົມມໍລະສຸມຕາເວັນຕົກ-ຕາເວັນຕົກສຽງໃຕ້ພັດປົກຄຸມ ຊຶ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດຮ້ອນໃນຕອນກາງເວັນ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຈະມີຝົນຕົກ, ຟ້າຮ້ອງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເຫນືອລົງຫາພາກກາງ ໂດຍສະເພາະໃນວັນທີ 1 ກໍລະກົດນີ້ ຄວາມກົດດັນອາກາດຕໍ່າຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງລາວ ແລະ ສົມທົບກັບກະແສລົມຕາເວັນຕົກສຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຍັງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ, ພ້ອມມີລົມພັດແຮງເປັນບາງໂອກາດໃນບາງທ້ອງຖິ່ນ ຈຶ່ງເຕືອນໃຫ້ປະຊາຊົນມີຄວາມລະມັດລະວັງ ໂດຍສະເພາະຜູ້ທີ່ຢູ່ອາໄສໃນເຂດພູສູງໃຫ້ລະວັງອາດເກີດດິນເຈື່ອນ.
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ສໍາລັບລະດັບນ້ຳຂອງ ແລະ ສາຂາແມ່ນ້ຳໃນໜຶ່ງອາທິດຕໍ່ໜ້າຈະມີທ່າອ່ຽງເພີ່ມສູງຂຶ້ນ ເນື່ອງຈາກຈະມີຝົນຕົກໃນລະດັບຄ່ອຍຫາປານກາງຢູ່ແຕ່ລະພາກ ຈຶ່ງຄວນລະວັງຕໍ່ສະພາບນໍ້າປ່າໄຫລຊຸ ແລະ ນໍ້າຖ້ວມຕາມມາ.

