ການເລືອກທີ່ນັ່ງທີ່ປອດໄພທີ່ສຸດ ໃນຍານພາຫະນະທຸກຊະນິດ

ເວລາທີ່ຕ້ອງໄປໃສມາໃສ ຍານພາຫະນະແມ່ນສິ່ງທີ່ສຳຄັນທີ່ສຸດ ແຕ່ທີ່ເຮົາຈະເລືອກຍານພາຫະນະໃຫ້ເຫມາະສົມ ແລະ ສະດວກສະບາຍທີ່ສຸດແລ້ວນັ້ນ ເຮົາຍັງຕ້ອງໃສ່ໃຈໃນຕຳແຫນ່ງນັ່ງທີ່ປອດໄພທີ່ສຸດ ບົດເລື່ອງນີ້ຈະແນະນຳທ່ານໃນການເລືອກບ່ອນນັ່ງທີ່ເຫມາະສົມ ແລະ ປອດໄພທີ່ສຸດໃນແຕ່ລະຊະນິດຂອງຍານພາຫະນະ.
ລົດເກັງ
ບ່ອນນັ່ງດ້ານຫລັງຄົນຂັບແມ່ນປອດໄພທີ່ສຸດ. ຕາມການວິເຄາະເວລາເກີດອຸບັດຕິເຫດ ຈະມີແຮງຍູ້ໄປທາງຫນ້າ ແລະ ຄົນຂັບສ່ວນຫລາຍຈະຫລີກອອກຈາກສິ່ງທີ່ຈະກະທົບພວກເຂົາ ຈຶ່ງເຮັດໃຫ້ບ່ອນນັ່ງຂ້າງຄົນຂັບເປັນບ່ອນທີ່ມີຄວາມສ່ຽງໃນການຖືກກະທົບຫລາຍກວ່າ.

ລົດຕູູ້
ບ່ອນນັ່ງດ້ານຫລັງຂອງຄົນຂັບຈະເປັນບ່ອນທີ່ປອດໄພທີ່ສຸດ! ເມືອລົດເກີດມີການເບກກະທັນຫັນເຮັດໃຫ້ ຫົວຂອງເຮົາ ຫລື ຕົນໂຕຖືກຍູ້ໄປດ້ານຫນ້າ ເຊີ່ງທີ່ນັ່ງໄກ້ກັບກະຈົກກໍ່ອາດຈະເຮັດໃຫ້ເຮົາກະເດັນອອກໄປນອກກໍ່ເປັນໄປໄດ້ ແລະ ບ່ອນທີ່ສ່ຽງທີ່ສຸດກໍ່ແມ່ນບ່ອນນັ່ງຂ້າງຄົນຂັບ ຄືກັບ ກໍລະນີລົດເກັງ.

ລົດເມ
ບ່ອນນັ່ງທາງກາງ ແລະ ຫັນກົງກັນຂ້າມກັບລົດແລ່ນ ຈະແມ່ນບ່ອນນັ່ງທີ່ປອດໄພທີ່ສຸດ ໃນການຖືກກະແທກຈາກ 4 ທິດ ( ຫນ້າ ຫລັງ ຊ້າຍ ຂວາ ). ບ່ອນນັ່ງໃກ້ກັບກະຈົກຈະມີໂອກາດສ່ຽງ ຖືກບາດຍ້ອນກະຈົກແຕກ, ຖືກເຕັງເມື່ອຖືກກະທົບ ໂອກາດຊອກຫາບ່ອນອອກຈະຍາກ. ສ່ວນບ່ອນນັ່ງດ້ານຫນ້າຈະຖືກກະທົບຫລາຍກວ່າຫມູ່ຫມົດ ຈາກ 4 ທິດ.

ລົດໄຟ
ເລືອກຕູ້ລົດໄຟທີ່ 5 ຫລື 6 ຫລື ເລືອກຕູ້ທາງກາງທີ່ສຸດຂອງຂະບວນ ແລະ ບ່ອນນັ່ງກໍ່ແມ່ນບ່ອນທາງກາງຂອງຂະບວນນັ້ນເຊິ່ງເລືອກເອົາບ່ອນທີ່ມີກະຈົກ. ຕາມການວິໃຈ ຕູ້ທຳອີດ ແລະ ຕູ້ສຸດທ້າຍຈະມີໂອກາດຫຼຸດອອກຈາກລາງ ຫລື ພົບກັບອຸບັດຕິດເຫດກ່ອນຫມູ່.

ເຮືອກຳປັ່ນ
ຕຳແຫນ່ງທີ່ອັນຕະລາຍສຸດແມ່ນຕຳແຫນ່ງລຸ່ມສຸດ ແລະ ທ້າຍສຸດຂອງເຮືອກຳປັ່ນ ເພາະເວລານ້ຳເຂົ້າ ຕຳແຫນ່ງນີ້ຈະຖືກນຳ້ເຂົ້າກ່ອນຫມູ່, ສ່ວນຕຳແຫນ່ງທີ່ປອດໄພແມ່ນ ຍິ່ງສູງຍິ່ງດີ ໄກ້ກັບທາງອອກສຸກເສີນ.

ເຮືອບິນ
ຕ່ຳແຫນ່ງທີ່ຕີລາຄາວ່າປອດໄພທີ່ສຸດແມ່ນ ດ້ານຫນ້າ ແລະ ດ້ານຫລັງສຸດຂອງເຮືອບິນເພາະໄກ້ກັບທາງອອກສຸກເສີນ ແຕ່ວ່າ ກໍລະນີທີ່ເຮືອບິນຕ້ອງລົງຈອດສຸກເສີນທີ່ຈະຕ້ອງຖືກກະທົບ ໃນຂະຫນະນັ້ນບ່ອນນັ່ງທີ່ປອດໄພທີ່ສຸດຈະແມ່ນດ້ານຫລັງສຸດ.


