ຕຳຫລວດຈະລາຈອນ 6 ແຂວງພາກເໜືອຮັບຟັງການເຜີຍແຜ່ວິທີຊຳລະຄ່າທຳນຽມທາງແບບໃໝ່

ເພື່ອ ຍົກລະດັບຄວາມ ເຂົ້າ ໃຈ ແລະ ຈັດຕັ້ງປະຕິບັດ ໃຫ້ເປັນເອກະພາບ ໃນທົ່ວ ປະເທດໃນການເກັບລາຍ ຮັບຄ່າທຳນຽມທາງດ້ວຍ ເຄື່ອງມືທັນສະໄໝໃຫ້ ຕຳ ຫລວດຈະລາຈອນ ໃນ 6 ແຂວງພາກເໜືອ ແລະ ໃນ ວັນທີ 25 ມິຖຸນານີ້, ຢູ່ ແຂວງອຸດົມໄຊໄດ້ຈັດເຜີຍ ແຜ່ລັດຖະບັນຍັດຂອງປະ ທານປະເທດ ວ່າດ້ວຍຄ່າ ທຳນຽມທາງ ເຊີ່ງລັດຖະ ບັນຍັດສະບັບນີ້ໄດ້ກຳນົດ ຫຼັກການ, ລະບຽບການ, ມາດຕະການກ່ຽວກັບການກຳນົດຄ່າທຳນຽມທາງ ປະຈຳປີເພື່ອຄຸ້ມຄອງ ລວມ ສູນ, ແລະ ຈັດຕັ້ງປະຕິບັດ ຢ່າງເປັນເອກະພາບໃນ ຂອບເຂດທົ່ວປະເທດ, ບຸກ ຕົນນິຕິບຸກຄົນ ແລະ ການ ຈັດຕັ້ງພາຍໃນ ແລະ ຕ່າງ ປະເທດ ທີ່ດຳລົງຊີວິດ ແລະ ດຳເນີນການເຄື່ອນ ໄຫວທຸລະກິດຢູ່ແຜ່ນດີນ ຂອງລາວລ້ວນແຕ່ມີພັນ ທະເສຍ ຄ່າທຳນຽມທາງ, ຮັບປະກັນ ໃຫ້ທຸກແຫຼ່ງ ລາຍຮັບຈາກຄ່າທຳນຽມ ທາງຕ້ອງມອບເຂົ້າງົບ ປະມານແຫ່ງລັດຢ່າງລວມ ສູນຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍວ່າດ້ວຍງົບປະ ມານແຫ່ງລັດ.

 

ຄ່າທຳນຽມທາງປະຕິບັດໄດ້ແລ້ວ 50% ຂອງຕົວເລກຄາດໝາຍໃຫ້ບັນລຸ 60 ຕື້ກີບໃນປີ 2018

ແນະນຳວິທີເສຍຄ່າທຳນຽມທາງລະບົບທັນສະໄໝໃຫ້ 5 ແຂວງ

ເຂົ້າຮ່ວມໃນພິທີມີ ທ່ານ ຮອງເຈົ້າແຂວງ ອຸດົມ ໄຊສົມຈິດ ປັນຍາສັກ, ມີຮອງ ອຳນວຍການໃຫຍ່ທະນາ ຄານການຄ້າຕ່າງປະເທດ ລາວມະຫາຊົນ, ຜູ້ຕາງ ໜ້າ ຈາກກົມຈະລາຈອນ, ສ່ວຍ ສາອາກອນ ແລະ ເຈົ້າໜ້າ ທີ່ຈະລາຈອນ 6 ແຂວງ ພາກເໜືອ./.