ສນຊ ເຊື່ອມຊຶມເອກະສານກະກຽມກອງປະຊຸມພົບປະຜູ້ຊົງຄຸນວຸດທິທົ່ວປະເທດ

ເມື່ອທ້າຍອາທິດຜ່ານມານີ້, ສູນກາງແນວລາວສ້າງ ຊາດ (ສນຊ) ໄດ້ຈັດກອງ ປະຊຸມເຊື່ອມຊຶມເອກະສານ ການກະກຽມດຳເນີນກອງ ປະຊຸມພົບປະຜູ້ຊົງຄຸນວຸດທິ ບັນດາຊົນເຜົ່າທົ່ວປະເທດ ຄັ້ງທີ 3 ປີ 2018 ທີ່ຈະຈັດຂຶ້ນ ໃນກາງເດືອນສິງຫາຈະເຖິງນີ້, ໂດຍການເປັນປະທານ ຂອງທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງ ແນວ ລາວສ້າງຊາດ.
+ ຄະນະກວດກາສູນກາງພັກເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 5
ໃນໂອກາດນີ້, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການເຜີຍແຜ່ມະຕິ ຕົກລົງຂອງຄະນະເລຂາທິ ການສູນກາງພັກວ່າດ້ວຍ ການອະນຸມັດຈັດຕັ້ງກອງປະຊຸມພົບປະຜູ້ຊົງຄຸນວຸດທິບັນ ດາຊົນເຜົ່າທົ່ວປະເທດຄັ້ງທີ 3 ປີ 2018, ມະຕິຕົກລົງວ່າ ດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳລະດັບຊາດ, ຂໍ້ ຕົກລົງວ່າດ້ວຍມາດຕະຖານ ແລະ ເງື່ອນໄຂຂອງຜູ້ຊົງຄຸນ ວຸດທິບັນດາຊົນເຜົ່າ, ຂໍ້ຕົກ ລົງວ່າດ້ວຍການແບ່ງປັນໂຕ ເລກຜູ້ຊົງຄຸນວຸດທິໃຫ້ບັນ ດາກະຊວງ, ອົງການ ແລະ ທ້ອງຖິ່ນເຂົ້າຮ່ວມກອງປະ ຊຸມພົບປະຜູ້ຊົງຄຸນວຸດທິ ບັນດາຊົນເຜົ່າ, ແຜນການ ກະກຽມ ແລະ ດຳເນີນກອງ ປະຊຸມ ແລະ ຄຳແນະນຳ ຂອງຄະນະກຳມະການສູນ ກາງແນວລາວສ້າງຊາດ ກ່ຽວກັບ ການກະກຽມ ແລະ ດຳເນີນກອງປະຊຸມພົບປະ ຜູ້ຊົງຄຸນວຸດທິບັນດາຊົນ ເຜົ່າທົ່ວປະເທດຄັ້ງທີ 3 ປີ 2018 ທີ່ນະຄອນຫລວງ ວຽງຈັນ, ເຊິ່ງຈະໄດ້ດຳເນີນ ລະຫວ່າງວັນທີ 10-14 ສິງຫາ 2018.
ທ່ານປະທານ ສນຊ ໄດ້ມີຄຳເຫັນວ່າ: ກອງປະຊຸມ ຄັ້ງນີ້, ແມ່ນບ່ອນອີງສຳ ຄັນໃນການຄັດເລືອກຜູ້ທີ່ໄດ້ມາດຕະຖານຄົບຖ້ວນເພື່ອ ມາຮ່ວມກອງປະຊຸມພົບປະ ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ທົ່ວປະເທດຄັ້ງທີ 3 ແລະ ນຳເອົາເນື້ອໃນຈິດໃຈກອງ ປະຊຸມໄປປຶກສາຫາລື ແລະ ຕົກລົງເປັນເອກະພາບນຳ ຄະນະປະຈຳພັກກະຊວງ, ອົງການ ແລະ ຄະນະປະຈຳ ພັກແຂວງ, ນະຄອນຫຼວງ ເພື່ອກຳນົດເປົ້າໝາຍເຜົ່າ, ເພດ, ອາຊີບ, ຄວາມຮູ້, ຄວາມສາມາດຕົວຈິງດ້ານ ວິຊາການໃດໜຶ່ງ, ເປັນບຸກ ຄົນທີ່ມີບົດບາດ, ໄດ້ຮັບຄວາມ ເຄົາລົບນັບຖື ແລະ ໄວ້ເນື້ອ ເຊື່ອໃຈຈາກປະຊາຊົນບັນ ດາເຜົ່າ, ເມື່ອໄດ້ເປົ້າໝາຍ ແລ້ວໃຫ້ສົ່ງລາຍຊື່ໃຫ້ອະນຸກຳ ມະການບຸກຄະລາກອນຂອງຄະນະຊີ້ນຳລະດັບຊາດ, ເພື່ອ ສັງລວມໂຕເລກຜູ້ແທນທົ່ວ ປະເທດ ແລະ ໃຫ້ກະຊວງ, ອົງການສູນກາງ ແລະ ທ້ອງ ຖິ່ນ ຖືເອົາໂອກາດ ນີ້ສ້າງຂະ ບວນການຕ້ອນຮັບກອງປະ ຊຸມພົບປະຜູ້ຊົງຄຸນວຸດທິບັນ ດາຊົນເຜົ່າທົ່ວປະເທດຄັ້ງທີ 3 ປີ 2018 ແລະ ການກະກຽມ ກອງປະຊຸມໃຫຍ່ 3 ຂັ້ນຂອງ ພັກຕາມສະພາບເງື່ອນໄຂ ຄວາມສາມາດຕົວຈິງຂອງ ແຕ່ລະພາກສ່ວນ.

