ໄຊຍະບູລີເປີດຂະບວນອະນາໄມປ້ອງກັນພະຍາດໄຂ້ຍຸງລາຍ

ເມື່ອທ້າຍອາທິດຜ່ານ ມານີ້, ແຂວງໄຊຍະບູລີໄດ້ ເປີດຂະບວນການອະນາໄມ ປ້ອງກັນພະຍາດໄຂ້ຍຸງລາຍ ຂຶ້ນທີ່ເມືອງແກ່ນທ້າວ, ໂດຍ ການເປັນປະທານຂອງທ່ານ ນາງ ບຸນພັກ ອິນທະປັນຍາ ຮອງເຈົ້າແຂວງໄຊຍະບູລີ, ມີ ບັນດາຫົວໜ້າພະແນກການ ຕ່າງໆອ້ອມຂ້າງແຂວງ ແລະ ມວນຊົນເຂົ້າຮ່ວມຢ່າງ ຫລວງຫລາຍ.
+ ເມືອງລະມາມຫາລືການເຝົ້າລະວັງພະຍາດໄຂ້ຍຸງລາຍ
+ ທົ່ວແຂວງເຊກອງ ພົບໄຂ້ຍຸງລາຍ 57 ກໍລະນີແຕ່ບໍ່ມີຜູ້ເສຍຊີວິດ
ທ່ານຫົວໜ້າຫ້ອງການ ສາທາລະນະສຸກເມືອງແກ່ນ ທ້າວ ໃຫ້ຮູ້ວ່າ: ປັດຈຸບັນທົ່ວ ເມືອງແກ່ນທ້າວພົບຜູ້ຕິດເຊື້ອ ພະຍາດໄຂ້ຍຸງລາຍທັງໝົດ 45 ກໍລະນີ (ຍິງ 24 ກໍລະ ນີ), ເຂົ້າປິ່ນປົວຢູ່ໂຮງໝໍ 32 ກໍ ລະນີ, ປິ່ນປົວຢູ່ສຸກສາລາ 13 ກໍລະນີ ແລະ ເຝົ້າລະວັງ ຕິດ ຕາມອາການຢູ່ບ້ານ 89 ກໍລະນີ. ປັດຈຸບັນ, ທົ່ວເມືອງ ແກ່ນທ້າວມີຈຸດເຝົ້າລະວັງ ພະຍາດລະບາດ 12 ຈຸດ. ນອກນີ້, ຍັງໄດ້ເອົາໃຈໃສ່ ປະຕິບັດມາດຕະການໃນ ການປ້ອງກັນຕ່າງໆ ດ້ວຍ ການລົງສຸຂະສຶກສາກ່ຽວ ກັບຜົນຮ້າຍ, ຄວາມອັນຕະ ລາຍຂອງໄຂ້ຍຸງລາຍ ແລະ ວິທີປ້ອງກັນ, ສ້າງຂະບວນ ການອະນາໄມທໍາລາຍ ແຫລ່ງເພາະພັນຍຸງລາຍຢູ່ ແຕ່ລະບ້ານ, ລົງສໍາຫລວດ ໜອນນໍ້າ, ຕິດປ້າຍໂຄສະ ນາ 5ປ ຕາມຊຸມຊົນ, ແຕ່ງ ຕັ້ງທີມງານຕອບຕ້ານ ພະຍາດລະບາດ, ທີມງານ ບົ່ງມະຕິປິ່ນປົວ ແລະ ທີມ ສຸຂະສຶກສາໃຫ້ມີຄວາມ ພ້ອມ ໃນກໍລະນີມີ ພະຍາດ ລະບາດເກີດຂຶ້ນ, ພ້ອມທັງ ກະກຽມອຸປະກອນທາງ ການແພດ, ຢາຮັບໃຊ້, ເລືອດ, ຈັດຝຶກອົບຮົມວິທີ ການຄຸ້ມຄອງກໍລະນີໃຫ້ ພະນັກງານແພດໝໍ ແລະ ພະຍາບານເປັນປະຈໍາ ເພື່ອສາມາດຮັບມື ແລະ ຕອບໂຕ້ກັບພະຍາດໃຫ້ມີ ປະສິດທິຜົນ.

