ອິດສະລາແອນລະເບີດເປົ້າໝາຍ 25 ຈຸດໃນເຂດກາຊາ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ກອງກຳລັງປ້ອງກັນອິດສະລາແອນ (IDF) ອອກຖະແຫລງການວ່າ: ເຮືອບິນຮົບຈຳນວນໜຶ່ງປະຕິບັດການໂຈມຕີທາງອາກາດຕໍ່ເປົ້າໝາຍ 25 ແຫ່ງໃນເຂດກາຊາ ໃນວັນທີ 20 ມິຖຸນານີ້ ເພື່ອຕອບໂຕ້ກໍລະນີກຸ່ມຮາມັດລະດົມຍິງຈະຫລວດ ແລະ ລູກປືນໃຫຍ່ 45 ລູກຂ້າມຊາຍແດນມາເບື້ອງອິດສະລາແອນ. ເຖິງຢ່າງໃດກໍຕາມ, ລະບົບປ້ອງກັນທາງອາກາດໄອເອິນໂດມ ສາມາດສະກັດຈະຫລວດໄວ້ໄດ້ 7 ລູກ.
ເຖິງວ່າລາຍງານຂອງ IDF ບໍ່ໄດ້ລະບຸວ່າມີຜູ້ເສຍຊີວິດ ຫລື ໄດ້ຮັບບາດເຈັບຈາກເຫດການຄັ້ງນີ້ ຫລື ບໍ່, ແຕ່ກຸ່ມຮາມັດເປີດເຜີຍວ່າ: ສະມາຊິກຢ່າງໜ້ອຍ 2 ຄົນໄດ້ຮັບບາດເຈັບຈາກການຖິ້ມລະເບີດໂຈມຕີຂອງເຮືອບິນຮົບອິດສະລາແອນ ໃນເຂດທາງໃຕ້ຂອງກາຊາ. ເຖິງຢ່າງໃດກໍຕາມ, ໄລຍະ 2-3 ອາທິດຜ່ານມາ ມີກຸ່ມຜູ້ປະທ້ວງຊາວປາແລັສຕິນຈຳນວນໜຶ່ງໃຊ້ວ່າວ ຫລື ປຸມເປົ້າທີ່ມີການມັດລະເບີດໃສ່ໃຫ້ລອຍຂ້າມຊາຍແດນ ເພື່ອສ້າງຄວາມເສຍຫາຍໃຫ້ພື້ນທີ່ກະສິກຳຂອງອິດສະລາແອນ.
ທັງນີ້, ອິດສະລາແອນ ແລະ ກຸ່ມຮາມັດ ສູ້ຮົບກັນມາແລ້ວຫລາຍເທື່ອ, ແຕ່ສະຖານະການລຸກລາມເປັນສົງຄາມເຕັມຮູບແບບແລ້ວ 2 ຄັ້ງ ໂດຍຄັ້ງທຳອິດໃນປີ 2008 -2009 ສົ່ງຜົນໃຫ້ຊາວປາແລັສຕິນເສຍຊີວິດຫລາຍກວ່າ 1.400 ຄົນ, ສ່ວນທະຫານອິດສະລາແອນເສຍຊີວິດ 10 ຄົນ. ສ່ວນຄັ້ງທີ 2 ເກີດຂຶ້ນລະຫວ່າງເດືອນກໍລະກົດຫາເດືອນສິງຫາ 2014 ເຮັດໃຫ້ຊາວປາແລັສຕິນເສຍຊີວິດຫລາຍກວ່າ 2.300 ຄົນ, ຝ່າຍອິດສະລາແອນມີຜູ້ເສຍຊີວິດ 74 ຄົນ ແບ່ງເປັນທະຫານ 67 ຄົນ, ພົນລະເຮືອນອິດສະລາແອນ 6 ຄົນ ແລະ ແຮງງານຕ່າງຊາດ 1 ຄົນ.

