ເມືອງນ້ຳບາກທຳລາຍສິນຄ້າເສື່ອມຄຸນ

ໃນວັນທີ 19 ມິຖຸນານີ້, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງນໍ້າບາກແຂວງຫລວງພະບາງ, ໄດ້ທໍາລາຍ ສີນຄ້າ ອຸປະໂພກ-ບໍລິໂພກ ທີ່ ໝົດອາຍຸນຳໃຊ້ ແລະ ເສື່ອມ ຄຸນຫລາຍລາຍການຄື: ເຂົ້່າ ໝົມ, ເຄື່ອງດື່ມ, ນົມ, ນ້ຳມັນ ພືດ, ໝີ່, ກາເຟ, ຫົວອາຫານ ສັດ ແລະ ສິນຄ້າອື່ນໆ ລວມມີ ມູນຄ່າກວ່າ 5 ລ້ານກີບ, ເຊິ່ງ ເຈົ້າໜ້າທີ່ກວດກາພົບເຫັນ ຢູ່ຮ້ານຂາຍເຄື່ອງຍົກ-ຍ່ອຍ ພາຍໃນເມືອງ ຈຶ່ງໄດ້ຢຶດເພື່ອ ມາ ທໍາລາຍຖີ່ມຄືດັ່ງກ່າວ. ທັງນີ້ກໍເພື່ອເປັນການປົກ ປ້ອງຜູ້ຊົມໃຊ້ ແລະ ສະກັດ ກັ້ນການນຳເຂົ້າສີນຄ້າທີ່ ບໍ່ຖືກຕ້ອງຕາມລະບຽບກົດ ໝາຍ, ເຮັດໃຫ້ຜູ້ຊົມໃຊ້ໄດ້ຮັບ ຮູ້ເຂົ້າໃຈກຽ່ວກັບຜົນຮ້າຍ ຂອງການນຳໃຊ້ສິນຄ້າໝົດ ອາຍຸ ແລະ ເສື່ອມຄຸນ, ເຊິ່ງ ກ່ອນຈະຊື້ສິນຄ້າປະເພດ ໃດໜຶ່ງຕ້ອງກວດເບິ່ງວັນ ເດືອນປີຜະລິດ, ວັນໝົດອາ ຍຸການນຳໃຊ້ເພື່ອບໍ່ໃຫ້ເກີດ ຜົນກະທົບຕໍ່ສຸຂະພາບ.
+ ດາກຈຶງທຳລາຍສິນຄ້າໝົດອາຍຸ ແລະ ເຊື່ອມຄຸນນະພາບ
+ ເມືອງປາກທາທຳລາຍສິນຄ້າໝົດອາຍຸຈຳນວນຫລາຍ
ເຂົ້າຮ່ວມພິທີດັ່ງກ່າວ, ມີທ່ານ ບຸນສົງ ລັດສະໝີ ປະທານກວດກາພັກ-ລັດ ເມືອງ, ມີຫົວໜ້າຫ້ອງ ການອຸດສາຫະກໍາ-ການ ຄ້າ ເມືອງ, ພ້ອມດ້ວຍໜ່ວຍ ງານກຽ່ວຂ້ອງຕ່າງໆເຂົ້າ ຮ່ວມ, ເພື່ອປະຕິບັດຕາມ ກົດໝາຍວ່າດ້ວຍການ ປົກປ້ອງຜູ້ຊົມໃຊ້ ແລະ ດຳ ລັດວ່າດ້ວຍການກວດກາ ສີນຄ້າ.

