ແຟນບານເມັກຊິໂກແຫ່ໃຫ້ກໍາລັງໃຈ ທີມຊາດຈົນແຜ່ນດິນໄຫວ

ແຟນບານທີມຊາດເມັກຊິໂກທົ່ວປະເທດເກັບຄວາມດີໃຈໄວ້ບໍ່ຢູ່ ຈົນເຮັດໃຫ້ແຜ່ນດິນສະເທືອນ ເມື່ອທີມຊາດຂອງຕົນເອງພິກລ໋ອກເອົາຊະນະ ທີມຊາດເຢຍລະມັນ ໄປແບບຫວຸດຫວິດ 1-0 ໃນວັນທີ 17 ມິຖຸນາ 2018 ຜ່ານມານີ້.
ທະວິດເຕີຂອງສະຖາບັນທໍລະນີວິທະຍາສາດ ແລະ ການສໍາຫລວດບັນຍາກາດ ໃນປະເທດເມັກຊິໂກ ເປີດເຜີຍວ່າ: ມີການສໍາຫລວດຈັບສັນຍານຄ້າຍຄືແຜ່ນດິນໄຫວໄດ້ ເຊິ່ງຄາດວ່າຈະເກີດຈາກແຮງກະໂດດດີໃຈກັບໄຊຊະນະຂອງທີມຮັກຂອງແຟນບານທົ່ວປະເທດ ເນື່ອງຈາກເປັນໄລຍະໃກ້ຄຽງກັບທີ່ ເອີຍວິງ ໂລຊາໂນ່ ກອງໜ້າຍິງປະຕູຂຶ້ນນໍາ ແລະ ພາທີມເກັບໄຊຊະນະເໜືອກວ່າ ທີມຊາດເຢຍລະມັນ.
ໂດຍສະຖາບັນທໍລະນີວິທະຍາສາດ ຍັງໄດ້ກ່າວວ່າ: ຂໍ້ມູນການກວດພົບສັນຍານຄ້າຍຄືແຜ່ນດິນໄຫວຄັ້ງນີ້ບໍ່ໄດ້ຖືກແຈ້ງເຕືອນເຖິງປະຊາຊົນ ເພາະຜູ້ສັງເກດການວິເຄາະຢ່າງໃກ້ຊິດແລ້ວວ່າບໍ່ມີຫຍັງຜິດປົກກະຕິ.
