ເມສຊີ ບອກ ອາເຈນຕິນາ ງານໜັກແນ່ນອນ ເກມພົບ ໄນຈີເຣຍ ໃນບານໂລກ 2018

ລິໂອເນລ ເມສຊີ ກອງໜ້າຄົນສຳຄັນຂອງທີມຊາດ ອາເຈນຕິນາ ບອກວ່າ ອາເຈນຕິນາ ຕ້ອງພົບງານໜັກແນ່ນອນໃນການພົບກັບ ໄນຈີເຣຍ ໃນເກມບານໂລກ 2018 ຮອບແບ່ງກຸ່ມ ກຸ່ມດີ ນັດສຸດທ້າຍ ພ້ອມລະບຸ ໂຄຣເອເຊຍ ກໍເປັນທີມທີ່ໜ້າຢ້ານຄືກັນ.
ທັບນັກກິລາ ອາເຈນຕິນາ ເຄີຍພິກລ໊ອກເສຍໃຫ້ ໄນຈີເຣຍ 2-4 ມາແລ້ວ ໃນເກມມິດຕະພາບ ທີ່ສະໜາມສະຕາດິໂອນ ເອຟເຄ ຄຣາສໂນດາຣ໌ ກາງເດືອນພຶດສະພາ 2017 ທັງທີ່ກ່ອນໜ້ານີ້ ອາເຈນຕິນາ ຊະນະ ໄນຈີເຣຍ ໄດ້ທຸກນັດທີ່ພົບກັນໃນເກມບານໂລກ.
ທັງນີ້ ອາເຈນຕິນາ ຈະພົບ ໄນຈີເຣຍ ອີກໃນເກມບານໂລກ 2018 ຮອບແບ່ງກຸ່ມ ນັດສຸດທ້າຍ ຫລັງຈາກຜ່ານເກມທຳອິດກັບ ໄອແລນ ແລະ ນັດສອງກັບ ໂຄຣເອເຊຍ ໄປແລ້ວ ເຊິ່ງ ເມສຊີ ເຊື່ອວ່າທີມຂອງຕົນຕ້ອງພົບງານໜັກແນ່ນອນໃນເກມທີ່ພົບກັບ ໄນຈີເຣຍ.
ກອງໜ້າຂອງສະໂມສອນ ບາເຊໂລນາ ກ່າວກັບ ດິ ເອັກເພສ ສື່ຊື່ດັງຂອງອັງກິດວ່າ ໂຄຣເອເຊຍ ເປັນທີມທີ່ດີທີ່ມີນັກເຕະຢູ່ໃນລີກໃຫຍ່ຂອງຢູໂຣບຫລາຍຄົນ ແລະ ນັ້ນເຮັດໃຫ້ພວກເຂົາເປັນທີມທີ່ອັນຕະລາຍ, ຂ້ອຍບໍ່ຮູ້ເລື່ອງຂອງ ໄນຈີເຣຍ ຫລາຍ ແຕ່ປົກກະຕິທີມຈາກອາຟຣິກາເປັນທີມທີ່ຮັດກຸມ, ທົນ ແລະ ແຂງແຮງຢູ່ແລ້ວ. ດັ່ງນັ້ນ ມັນເປັນງານທີ່ຍາກລຳບາກ.

