ທ່ານ ທຣຳ – ທ່ານ ກິມ ກຽມເຈລະຈາ ເລື່ອງປົດນິວເຄຼຍ-ສ້າງສັນຕິພາບ

ສຳນັກ​ຂ່າວ​ແຫ່ງ​ຊາດ​ຂອງ ສປປ ​ເກົາຫລີ ​ເປີດ​ເຜີຍ​ຫົວ​ຂໍ້​ສຳຄັນ​ຂອງ​ການ​ຫາລື​ທີ່​ສິງ​ກະ​ໂປ ລະຫວ່າງ ປະທານາທິບໍດີ ​ໂດນ​ັນ ທຣຳ ຜູ້ນຳ​ອາ​ເມ​ລິ​ກາ ​ແລະ ທ່ານ ກິມ ຈ໋ອງອຸນ ຜູ້ນຳ​ສູງ​ສຸດ​ຂອງ ສປປ ​ເກົາ​ຫລີ ​ໃນ​ວັນ​ທີ 12 ມິຖຸນາ​ນີ້ ວ່າ​ຄວບ​ຄຸມ​ທັງ​ການ​ປົດ​ອາວຸດ​ນິວ​ເຄຼຍ ​ແລະ ກົນ​ໄກ​ການ​ສ້າງສັນ​ຕິ​ພາບ.

ສຳນັກ​ຂ່າວກາງ​ເກົາຫລີ (KCNA) ກະບອກ​ສຽງ​ຂອງ​ລັດຖະບານ​ພຽງ​ຢາງ ລາຍ​ງານ​ໃນ​ວັນ​ທີ 11 ມິຖຸນາ​ວ່າ: ທ່ານ ກິມ ຈ໋ອງອຸນ ຜູ້ນຳ​ສູງ​ສຸດ​ຂອງ ສປປ ​ເກົາຫລີ ​ເດີນທາງ​ຢ້ຽມຢາມ​ສິງກະ​ໂປ ​ໂດຍ​ມີ​ກຳນົດ​ພົບ​ປະ​ຫາລື​ກັບ​ປະທານາທິບໍດີ ​ໂດ​ນັນ ທຣຳ ຜູ້ນຳ​ອາ​ເມ​ລິ​ກາ ​ໃນ​ວັນ​ທີ 12 ມິຖຸນາ​ນີ້ ​ເພື່ອ​ແລກປ່ຽນ​ຄວາມ​ຄິດ​ເຫັນ​ໃນ​ບັນຫາ​ທີ່ “ຫລາກ​ຫລາຍ ​ແລະ ​ເລິກ​​ເຊິ​ງ” ກ່ຽວ​ກັບ​ການ​ເສີມ​ສ້າງ​ການ​ພົວພັນ​ລະດັບ​ທະວີ​ພາຄີ​ໃນ​ຮູບ​ແບບ​ໃໝ່ ບໍ່​ວ່າ​ຈະ​ເປັນ​ກົນ​ໄກ​ການ​ສ້າງສັນ​ຕິ​ພາບ​ທີ່​ຖາວອນ ​ແລະ ຍືນ​ຍົງ​ຢູ່​ແຫລມ​ເກົາຫລີ, ​ເນັ້ນໜັກ​ເຖິງ​ຂະ​ບວນການ​ປົດ​ອາວຸດ​ນິວ​ເຄຼຍຢູ່​ແຫລມ​ເກົາຫລີ ​ແລະ ອີກ​ຫລາກ​ຫລາຍ​ບັນຫາ​ທີ່​ທັງ​ສອງ​ຝ່າຍ​ມີ​ຄວາມ​ກັງວົນ​ຮ່ວມ​ກັນ.

ທັງ​ນີ້, ທ່ານ ກິມ ຈ໋ອງອຸນ ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ນາຍົກລັດຖະມົນຕີ ລີ ຊຽນ ລຸງ ຜູ້ນຳ​ສິງກະ​ໂປ ທີ່​ທຳນຽບອິສຕານາ ​ໂດຍ​ຜູ້ນຳ​ຂອງ ສປປ ​ເກົາຫລີ ກ່າວ​ຂອບ​ໃຈ​ລັດຖະບານ​ສິງກະ​ໂປ​ໃນ​ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ຄັ້ງປະຫວັດສາດ ທີ່​ທົ່ວ​ໂລກ​​ເຝົ້າຕິດຕາມ​ຢ່າງ​ໃກ້ຊິດ. ຂະນະ​ທີ່ ທ່ານ ລີ ຊຽນ ລຸງ ກ່າວ​ວ່າ: ລັດຖະບານ​ສິງກະ​ໂປ​ທຸ້ມງົບປະມານ 20 ລ້ານ​ໂດ​ລາ​ສິງກະ​ໂປ ​ເຊິ່ງ​ເປັນ​ຄ່າ​ໃຊ້​ຈ່າຍ​ທີ່​ຝ່າຍ​ສິງກະ​ໂປ “​ເຕັມ​ໃຈ” ​ເພື່ອ​ຮ່ວມ​ເປັນ​ສ່ວນ​ໜຶ່ງ​ຂອງ​ຂະ​ບວນການ​ສ້າງສັນ​ຕິ​ພາບ​ລະຫວ່າງ​ປະ​ເທດ.