ຮາວາຍເຕືອນປະຊາຊົນຟ້າວອົບພະຍົບ ໜີລາວາພູເຂົາໄຟຄິລາເວ

ທາງການລັດຮາວາຍປະກາດເຕືອນປະຊາຊົນທີ່ອາໄສຢູ່ໃນພື້ນທີ່ສ່ຽງຖືກກະແສລາວາຈາກການລະເບີດຂອງພູເຂົາໄຟຄິລາເວ ໃຫ້ຮີບຮ້ອນອົບພະຍົບອອກຈາກເຮືອນ.
ມີລາຍງານວ່າ: ການໄຫລຂອງລາວາຈາກພູເຂົາໄຟຄິລາເວກຳລັງມຸ່ງໜ້າໄປບໍລິເວນຫາດຄາໂປໂຮ ທີ່ເຄີຍຖືກລາວາຈາກພູເຂົາໄຟຄິລາເວໄຫລລົງໃນປີ 1960. ການລະເບີດຂອງພູເຂົາໄຟຄິລາເວຄັ້ງຫລ້າສຸດນີ້ ເຮັດໃຫ້ປະຊາຊົນຕ້ອງອົບພະຍົບອອກຈາກເຮືອນແລ້ວ 2.000 ຄົນ, ເຮືອນຊານເສຍຫາຍແລ້ວ 71 ຫລັງ.

