7 ວິທີຮັບມືເມື່ອລູກນ້ອຍກັດຫົວນົມ

ຫວັງວ່າ 7 ວິທີນີ້ຈະຊ່ວຍປ້ອງກັນ ແລະ ຮັບມືລູກນ້ອຍກັດຫົວນົມແມ່ໄດ້
- ຫຼຸດອາການຄັນເຫືອກ: ເດັກນ້ອຍບາງຄົນເລີ່ມຄັນເຫືອກເພາະແຂ້ວກໍາລັງຊິອອກ ເລີຍກັດຫົວນົມແມ່ເພື່ອແກ້ອາການຄັນເຫືອກ ດັ່ງນັ້ນເພື່ອຊ່ວຍລູກຫຼຸດອາການດັ່ງກ່າວ ແມ່ລອງຊອກຢາງມາໃຫ້ລູກກັດ ຂອງຫຼິ້ນ ຫຼືຜ້າສະອາດເຢັນໆມາໃຫ້ລູກກັດຫຼິ້ນ ເພື່ອບັນເທົ່າອາການຄັນ ເທົ່ານີ້ກໍຊ່ວຍໃຫ້ລູກຫຼຸດຄວາມຢາກກັດຫົວນົມແມ່ບໍ່ຫຼາຍກໍໜ້ອຍ
- ຖ້າໃຫ້ນໍ້ານົມໄຫຼອອກໃຫ້ຫຼາຍພໍ: ພໍນໍ້ານົມບໍ່ໄຫຼເຕັມທີ່ ລູກກໍຍິ່ງດູດ ຫຼືກັດເພື່ອໃຫ້ນໍ້ານົມອອກມາ ແຖມເພີ່ມຄວາມງຸດງິດໂມໂຫ ເຮັດໃຫ້ລູກກັດ
- ໃຫ້ຄວາມສົນໃຈກັບລູກເວລາລູກກິນນົມຢູ່ ຢ່າເຮັດສິ່ງອື່ນໄປພ້ອມເພາະລູກຮັບຮູ້ໄດ້ ແລະ ຈະເຮັດໃຫ້ລູກງຸດງິດ ລວມໄປເຖິງແມ່ທີ່ມີເວລາຫຼີ້ນກັບລູກໜ້ອຍເກີນໄປ ເດັກໆກໍມີທ່າອ່ຽງຈະກັດຫົວນົມແມ່ຫຼາຍຂຶ້ນດ້ວຍ
- ຄວນພະຍາຍາມໃຫ້ນົມລູກມຸມທີ່ງຽບສະຫງົບ ບໍ່ມີສິ່ງລົບກວນຈາກພາຍນອກ
- ສົ່ງສຽງໃຫ້ລູກຮູ້ວ່າແມ່ເຈັບເວລາລູກກັດຫົວນົມ ທຸກຄັ້ງທີ່ລູກກັດໃຫ້ດຶງຫົວນົມອອກ ແລ້ວຄ່ອຍໆຢື່ນໃຫ້ລູກດູດໃໝ່ ຊຶ່ງເປັນວິທີບອກທີ່ອ່ອນໂຍນ ແຕ່ຊັດເຈນວ່າບໍ່ໂອເຄກັບການກັດຫົວນົມ
- ມີຄວາມເຊື່ອວ່າ ຖ້າລູກເລີ່ມກັດຫົວນົມແມ່ ສະແດງວ່າລູກພ້ອມທີ່ຈະກິນອາຫານອື່ນນອກຈາກນົມແມ່ ຊຶ່ງບໍ່ແມ່ນແບບນັ້ນສະເໝີໄປ ເພາະອາການນີ້ເປັນພຽງຊ່ວງເວລາສັ້ນໆເທົ່ານັ້ນ ຫຼືເກີດຈາກການໃຫ້ນົມລູກຜິດທ່າ ຫຼືລູກພຽງຄັນເຫືອກເທົ່ານັ້ນ ດັ່ງນັ້ນໃຜທີ່ບໍ່ມີບັນຫາສຸຂະພາບຫຍັງ ຫາກສາມາດໃຫ້ນົມລູກໄດ້ກໍໃຫ້ໄປດົນທີ່ສຸດເທົ່າທີ່ຈະເຮັດໄດ້ດີກວ່າ
- ເບິ່ງແຍງຫົວນົມໃຫ້ດີ: ວິທີບັນເທົາອາການເຈັບຂອງຫົວນົມງ່າຍໆຄື: ປ້າຍນໍ້ານົມບໍລິເວນຮອບໆເລັກໜ້ອຍ ປ່ອຍໃຫ້ແຫ້ງ ເພື່ອບໍ່ໃຫ້ຫົວນົມ ແລະ ເຕົ້ານົມອັບຊື້ນ ແລະ ປ່ຽນແຜ່ນເຊັດນໍ້ານົມຕະຫຼອດ ຫາກເປັນບາດແຜຮຸນແຮງໃຫ້ໄປພົບແພດໝໍ ແລະ ງົດໃຫ້ນົມລູກ ໃຫ້ລູກກິນນົມຜົງແທນຊົ່ວຄາວ ຄວນຫາຂວດນົມທີ່ນໍ້ານົມໄຫຼອອກໃກ້ຄຽງກັບນົມແມ່ ບໍ່ຄວນເລືອກຂວດທີ່ນໍ້ານົມໄຫຼອອກແຮງ ເພາະອາດເຮັດໃຫ້ລູກຫັນໄປຕິດຂວດນົມ ແລະ ງຸດງິດຕອນກັບມາກິນຈາກເຕົ້ານົມແມ່ໄດ້

