ຢູຟາ ຕັ້ງຂໍ້ຫາ ລິເວີພູລ, ໂຣມ່າ ຫລັງແຟນບານກໍ່ເຫດວຸ້ນວາຍ

ຢູຟາ ຕັ້ງຂໍ້ຫາ ລິເວີພູລ ແລະ ໂຣມ່າ ຫລັງແຟນບານຂອງທັງສອງທີມກໍ່ເຫດວຸ້ນວາຍໃນເກມ ແຊມປ້ຽນລີກ ນັດທຳອິດ ໂດຍ ລິເວີພູລ ຖືກຕັ້ງຂໍ້ຫາເພີ່ມຈາກການທີ່ແຟນບານຂອງພວກເຂົາດຶກສິ່ງຂອງລົງໄປໃນສະໜາມນຳອີກ.
ສະຫະພັນບານເຕະເອີຣົບ (ຢູຟາ) ປະກາດຕັ້ງຂໍ້ຫາ ລິເວີພູລ ແລະ ອາແອສ ໂຣມ່າ ເປັນທີ່ຮຽບຮ້ອຍແລ້ວ ຫລັງຈາກແຟນບານຂອງພວກເຂົາກໍ່ເຫດວຸ້ນວາຍໃນເກມ ຢູຟາ ແຊມປ້ຽນລີກ ຮອບຮອງຊະນະເລີດ ນັດທຳອິດ ໃນວັນທີ 24 ເມສາຜ່ານມາ.
ກ່ອນໜ້ານັດດັ່ງກ່າວເກີດເຫດການແຟນບານຂອງທັງສອງທີມກໍ່ເຫດວຸ້ນວາຍ ຈົນເຮັດໃຫ້ມີຄົນຖືກຈັບກຸມ 9 ຄົນ ແລະ ຊອນ ຄ໊ອກ ແຟນບານ ລິເວີພູລ ຄົນໜຶ່ງຖືກແຟນບານ ໂຣມ່າ 2 ຄົນທຳຮ້າຍຈົນໄດ້ຮັບບາດເຈັບສາຫັດ ສົ່ງຜົນໃຫ້ກອງເຊຍ 2 ຄົນດັ່ງກ່າວຂອງ ໂຣມ່າ ຖືກຕັ້ງຂໍ້ຫາ.
ຈາກເລື່ອງດັ່ງກ່າວ ເຮັດໃຫ້ ຢູຟາ ປະກາດໃນວັນທີ 22 ພຶດສະພານີ້ວ່າ ຕອນນີ້ພວກເຂົາໄດ້ຕັ້ງຂໍ້ຫາທັງສອງທີມແລ້ວ ໂດຍ ລິເວີພູລ ຍັງຖືກຕັ້ງຂ້ໍຫາເພີ່ມຈາກການທີ່ມີແຟນບານກຸ່ມໜຶ່ງດຶກສິ່ງຂອງ ແລະ ຈູດດອກໄມ້ໄຟລົງໄປໃນສະໜາມລະຫວ່າງເກມການແຂ່ງຂັນ ເຊິ່ງຄະນະກຳມະການດ້ານການຄວບຄຸມຈະລິຍະທຳ ແລະ ລະບຽບວິໄນຂອງອົງການບານເຕະເອີຣົບຈະຕັດສິນຄະດີນີ້ໃນວັນທີ 31 ພຶດສະພານີ້.

