ສານບຳລຸງຜິວເຂັ້ມຂຸ້ນໃນເຊລ້ຳດີຕໍ່ຜິວຫລາຍກ່ວາ

ເປັນທີ່ຮູ້ຈັກກັນຫລາຍວ່າໃນບັນດາເຄື່ອງສຳອາງທັງໝົດສຳລັບແມ່ຍິງເຮົາທີ່ຈະຂາດບໍ່ໄດ້ ກໍຄື : ເຊລ້ຳບຳລຸງຜິວໜ້າ, ບາງ ຄົນໃຫ້ຄວາມຄິດເຫັນວ່າ : ຫາກບໍ່ໃຊ້ເຊລ້ຳຈະຮູ້ສກຄືຂາດຫຍັງໄປບາງຢ່າງ. ຖ້າເວົ້າໃນດ້ານປະສາດສຳຜັດຂອງຜິວຖືວ່າຖືກຕ້ອງ ເນື່ອງຈາກບັນດາຜະລິດຕະພັນບຳລຸງຜິິວທັງໝົດ ເຊລ້ຳຖືວ່າມີສານບຳລຸງເຂັ້ມຂຸ້ນທີ່ສຸດ, ໂທນເນີເປັນໂຕຮັກສາຄວາມຊຸ່ມຊື່ນ, ໂລຊັນນຳ້ນົມເປັນໂຕເສີມນຳ້ມັນນອກເໜືອຈາກເຊຣາມາຍ ເຊິ່ງເປັນນຳ້ມັນທີ່ຢູ່ລະຫ່ວາງແຊນ.

ສ່ວນເຊລ້ຳຈະມີສ່ວນປະສົມທີ່ເຮັດໃຫ້ຜິວຂາວ ແລະ ຫລຸດຮອຍຫ່ຽວຢ່າງເຂັ້ມຂຸ້ນ. ດັ່ງນັ້ນ, ເຊລ້ຳຈຶ່ງຈັດຢູ່ໃນໝວດເຄື່ອງສຳອາງ (ເຖິງຈະບໍ່ຈັດເປັນຢາ ແຕ່ກໍມີສ່ວນປະສົມທີ່ອອກລິດໄດ້ຫລາຍກ່ວາເຄື່ອງສຳອາງທົ່ວໄປ ຈຶ່ງເປັນຜະລິດຕະພັນທີ່ຢູ່ພາຍໃນການກຳກັບຂອງອົງການອາຫານ ແລະ ຢາ) ເປັນສ່ວນຫລາຍ. ແມ່ຍິງທີ່ມີບັນຫາເລື່ອງຮອຍຫ່ຽວ ແລະ ຜິວຍານ ນອກຈາກໂທນເນີ ແລະ ໂລຊັນແລ້ວ ເຊລ້ຳບຳລຸງຜິວໜ້າກໍເປັນອີກສິ່ງໜຶ່ງທີ່ຂາດບໍ່ໄດ້.