ແຟນແມນຊິຕີ້ເຮ ! ເປ໊ປ ເຊັນສັນຍາຮອດປີ 2021

ໂຈເຊບ ກວາດິໂອລາ ຜູ້ຈັດການທີມຊາວສະເປນ ຕໍ່ສັນຍາໃໝ່ກັບ ແມນເຊສເຕີ ຊິຕີ້ ອອກໄປຮຽບຮ້ອຍແລ້ວ ເຮັດໃຫ້ລາວຈະຢູ່ສືບຕໍ່ຄວາມຍິ່ງໃຫຍ່ໃຫ້ ແມນຊິຕີ້ ໄປຮອດປີ 2021 ໂດຍລາວກ່າວວ່າຈະນຳພາຕົ້ນສັງກັດປະສົບຜົນສຳເລັດຢ່າງຕໍ່ເນື່ອງ.
ໂຈເຊບ ກວາດິໂອລາ ຜູ້ຈັດການທີມ ແມນເຊສເຕີ ຊິຕີ້ ລົງລາຍເຊັນຂະຫຍາຍສັນຍາເຮັດໜ້າທີ່ຄຸມທີມ ແມນເຊສເຕີ ຊິຕີ້ ອອກໄປອີກ 2 ປີຮຽບຮ້ອຍແລ້ວໃນວັນທີ 17 ພຶດສະພານີ້ ສົ່ງຜົນໃຫ້ ເປ໊ປ ຈະເຮັດວຽກກັບຕົ້ນສັງກັດໄປຮອດຊຳເມີ້ປີ 2021.
ຜູ້ຈັດການທີມຊາວສະເປນ ເຮັດໜ້າທີ່ຄຸມທີມໄປແລ້ວ 2 ປີຈາກ 3 ປີທີ່ເຊັນສັນຍາເທື່ອທຳອິດໃນປີ 2016 ແລະ ຈາກຜົນງານທີ່ໂດດເດັ່ນນຳຍອດທີມແຫ່ງຖິ່ນເອຕິຮັດ ສະເຕດ້ຽມ ຄວ້າແຊ້ມ ພຣີເມຍລີກ ອັງກິດ ແລະ ຄາຣາບາວ ຄັບ ໃນລະດູການ 2017-2018 ພ້ອມກັບສ້າງສະຖິຕິເກັບໄຊຊະນະ ແລະ ຍິງປະຕູໄດ້ 100 ລູກໃນລີກ ເຮັດໃຫ້ສະໂມສອນຕ້ອງການເກັບຕົວ ເປ໊ປ ຢູ່ສືບຕໍ່ຄວາມສຳເລັດຕໍ່ໄປ.
ຜູ້ຈັດການທີມອາຍຸ 47 ປີ ໄດ້ເຊັນຂະຫຍາຍສັນຍາໃໝ່ຮຽບຮ້ອຍແລ້ວ ໂດຍ ເປ໊ປ ເປີດໃຈກັບເວັບໄຊຂອງສະໂມສອນວ່າ ສຸດທີ່ມີຄວາມສຸກທີ່ໄດ້ເຮັດວຽກກັບ ແມນຊິຕີ້ ຕໍ່ໄປອີກ.

