ອະນາໄມໂລກເພີ່ມການປະເມີນ ຄວາມສ່ຽງອີໂບລາລະບາດໃນກົງໂກ

ອົງການອະນາໄມໂລກເພີ່ມການປະເມີນຄວາມສ່ຽງຕໍ່ສາທາລະນະສຸກທົ່ວປະເທດຈາກໄວຣັສອີໂບລາລະບາດໃນສາທາລະນະລັດ ປະຊາທິປະໄຕ ກົງໂກ ສູ່ລະດັບ “ສູງຫລາຍ” ຈາກທີ່ເຄີຍປະເມີນໄວ້ໃນລະດັບ “ສູງ”.
VIDEO The World Health Organization says it is preparing for "the worst case scenario" in a fresh outbreak of Ebola in the Democratic Republic of Congo pic.twitter.com/83MkmRmJI0
— AFP News Agency (@AFP) May 13, 2018
ນອກຈາກນີ້, ອົງການອະນາໄມໂລກຍັງຍົກລະດັບຄວາມສ່ຽງໃນພາກພື້ນຈາກລະດັບ “ປານກາງ” ຂຶ້ນສູ່ລະດັບ “ສູງ” ແຕ່ຍັງຮັກສາການປະເມີນຄວາມສ່ຽງທົ່ວໂລກຢູ່ໃນລະດັບຕໍ່າ. ອົງການອະນາໄມໂລກໄດ້ຍົກລະດັບຄວາມສ່ຽງເພີ່ມຂຶ້ນ ພາຍຫລັງສະຖານະການໄວຣັສອີໂບລາລະບາດ ເຊິ່ງໄດ້ຮັບລາຍງານຢືນຢັນວ່າມີການລະບາດໃນເມືອງບັນດາຄາ ໂດຍມີຖະແຫລງການວ່າເປັນການລະບາດໃນເມືອງທີ່ໃຫຍ່ຂຶ້ນ ເຊິ່ງຕັ້ງຢູ່ທາງແມ່ນ້ຳສາຍຫລັກ ແລະ ລະຫວ່າງປະເທດທັງແມ່ນ້ຳ, ຖະໜົນ ແລະ ການສັນຈອນທາງອາກາດໃນປະເທດ.
WHO concerned as one #Ebola case confirmed in urban area of Democratic Republic of the Congo #DRC https://t.co/sdiHElFTZW pic.twitter.com/KuXsnHvFKx
— World Health Organization (WHO) (@WHO) May 17, 2018
ກະຊວງສາທາລະນະສຸກຂອງສາທາລະນະລັດ ປະຊາທິປະໄຕ ກົງໂກ ອອກຖະແຫລງການໃນວັນທີ 17 ພຶດສະພາ ເລື່ອງການພົບຜູ້ຕິດເຊື້ອໄວຣັສອີໂບລາໃນປະເທດອີກ 11 ຄົນ ແລະ ຢືນຢັນຜູ້ເສຍຊີວິດລາຍໃໝ່ 2 ຄົນ ໃນພາກພື້ນທາງຕາເວັນຕົກສຽງເໜືອຂອງປະເທດ ລວມທັງເມືອງບັນດາຄາໃນພາກພື້ນອີເກວເຕີ ເຊິ່ງເປັນເມືອງທາງການຄົມມະນາຄົມທີ່ສຳຄັນ ແລະ ຢູ່ບໍ່ໄກຈາກນະຄອນຫລວງກິນຊາຊາ.

