ສປ ຈີນ ເປີດທົດລອງລົດໂດຍສານອັດສະລິຍະ ແລະ ມີລາຄາຖືກ

ເມື່ອວັນອັງຄານ ທີ 8 ພຶດສະພາຜ່ານມານີ້, ສປ ຈີນ ໄດ້ເປີດທົດລອງລະບົບຂົນ ສົ່ງອັດສະລິຍະ ອາຣ໌ທ ອໍໂຕ ໂນມັດ ຣຽວ ຣາປິດ ທຣານ ສິດ (ART-Autonom ous Rail Rapid Transit) ແບບປະສົມລະຫວ່າງ ລົດເມ ແລະ ລົດໄຟ ທີ່ມີລາ ຄາຖືກ, ໂດຍຈະປະເມີນໃນ ຮອບທຳອິດເປັນໄລຍະເວ ລາ 3 ເດືອນ ຢູ່ເມືອງຈູໂຈ ມົນທົນຫູໜານ ສປ ຈີນ ແລະ ຄາດວ່າຈະເປີດນຳໃຊ້ຢ່າງ ເປັນທາງການໃນເດືອນຕຸລາ 2018 ນີ້.

 

 

ການຂັບລົດສ້າງບັນຫາສຸຂະພາບໄດ້

ສິງກະໂປຈະເອົາລົດໂດຍສານບໍ່ມີຄົນຂັບອອກຮັບໃຊ້ປະຊາຊົນໃນປີ 2020

ສຳລັບລົດໂດຍສານ ອັດສະລິຍະນີ້ ພັດທະນາ ໂດຍ ທີມວິໄຈຂອງບໍລິສັດ CRRC ຊຸຊູ ໂລໂຄໂມຕີບ ຈຳກັດ (CRRC Zhuzhou Locomotive Co Ltd) ເຊິ່ງໄດ້ນຳເອົາຈຸດເດັ່ນ ຂອງລົດໂດຍສານ ແລະ ລົດໄຟມາຜະລິດປະສົມກັນ ໃຫ້ກາຍມາເປັນລະບົບຂົນ ສົ່ງຍຸກໃໝ່ ສາມາດຄວບຄຸມ ການ ແລ່ນຕາມເສັ້ນສີຂາວ ຢູ່ຕາມເສັ້ນທາງຕ່າງໆ, ໂດຍບໍ່ຈຳເປັນຕ້ອງສ້າງ ໂຄງເຫລັກຄືເກົ່າ.
ມີອຸປະກອນການຄວບຄຸມທັນສະໄໝ, ໂດຍບໍ່ມີຄົນ ຂັບແບບລະບົບເຊັນເຊີ້ທີ່ສາ ມາດອ່ານຄ່າ ແລະ ວິເຄາະ ທາງໄດ້ແບບອັດຕະໂນມັດ ແລະ ຈະຈຳກັດຄວາມ ໄວ ສູງສຸດ 70 ກິໂລແມັດຕໍ່ ຊົ່ວໂມງ.

 

ສື່ຈີນເປີດເຜີຍວ່າ: ລົດ ໂດຍສານອັດສະລິຍະນີ້ ເໝືອນດັ່ງລົດໄຟຄວາມໄວ ສູງລະບົບລຽບງ່າຍ ເຊິ່ງ ຕ່າງ ຈາກລະບົບເກົ່າມີຈຳ ນວນຕູ້ຮອງຮັບຜູ້ໂດຍສານ ໄດ້ 3-5 ຕູ້ສະເລ່ຍຮອງຮັບ ໄດ້ 300-500ຄົນ ແລະ ຍັງ ເພີ່ມຕື່ມວ່າການລົງທຶນເພື່ອ ສ້າງລະບົບການຂົນສົ່ງ ຂອງ ART ຍັງມີຄ່າໃຊ້ຈ່າຍ ທີ່ ໜ້ອຍກວ່າລະບົບລາງທົ່ວ ໄປປະມານ 1 ລ້ານຢວນ ສປ ຈີນ (ປະມານ 1.325 ລ້ານກີບ)./.