ພັດທະນາການຂອງລູກນ້ອຍ ເດືອນທີ 3

ເວລາຜ່ານໄປພຽງ 3 ເດືອນ ສະໝອງລູກນ້ອຍເຕີບໃຫຍ່ຈົນເກືອບເທົ່າຂອງຜູ້ໃຫຍ່ແລ້ວ ຊຶ່ງນັ້ນໝາຍເຖິງດ້ານຕ່າງໆຂອງລູກກໍກ້າວໄປໜ້າເຊັ່ນກັນ.
- ດ້ານສະຕິປັນຍາ ແລະ ການຮຽນຮູ້
- ລູກຮຽນຮູ້ຈາກການສໍາຫລວດ, ສັງເກດສິ່ງຕ່າງໆອ້ອມໂຕ ຜ່ານປະສາດສໍາຜັດທັງ 5 ໄດ້ດີຫຼາຍຂຶ້ນ
- ຈາກທີ່ລູກເຄີຍຈື່ສຽງແມ່ໄດ້ ເດືອນນີ້ຍັງສົນໃຈຟັງສຽງອື່ນໆທີ່ຢູ່ອ້ອມໂຕນຳອີກ ບໍ່ວ່າຈະເປັນສຽງນົກຮ້ອງ, ສຽງໝາເຫົ່າ, ສຽງປິດປະຕູ, ສຽງດົນຕີ ແລະ ອື່ນໆ.
- ຮູ້ເຖິງຄວາມແຕກຕ່າງຂອງສຽງທີ່ເຄີຍໄດ້ຍິນ ແລະ ຫາກເປີດເພງໃຫ້ຟັງ ຈະຫັນໜ້າໄປຫາຕົ້ນສຽງ.
- ລູກເລີ່ມຈື່ຈໍາແມ່ ແລະ ສະມາຊິກໃນບ້ານໄດ້ແລ້ວ, ການເບິ່ງເຫັນກໍດີຂຶ້ນເຊັ່ນກັນ ເພາະຈາກທີ່ເຄີຍເບິ່ງໄດ້ໃນໄລຍະໃກ້ໆບໍ່ເກີດ 30 ເຊັນ ຕອນນີ້ສາມາດເບິ່ງເຫັນໄດ້ທົ່ວທັງຫ້ອງ ແລະ ຮັບຮູ້ເຖິງໄລຍະໃກ້ໄກຂອງສິ່ງຂອງຕ່າງໆໄດ້ແລ້ວ.
- ການປະສານງານລະຫວ່າງມືກັບຕາດີຂຶ້ນຫຼາຍ ສັງເກດໄດ້ຈາກການທີ່ລູກພະຍາຍາມໃຊ້ມືຈັບຂອງຫຼິ້ນ ຫຼືສິ່ງອື່ນໆ.
- ເລີ່ມຮຽນຮູ້ທີ່ຈະເຊື່ອມໂຍງສິ່ງທີ່ເຮັດກັບຜົນຂອງການກະທໍາໄດ້ແດ່ແລ້ວ ຊຶ່ງຖືເປັນການເລີ່ມຕົ້ນຮຽນຮູ້ເຫດ ແລະ ຜົນທີ່ສໍາຄັນເຊັ່ນ: ການຮຽນຮູ້ວ່າຖ້າເຂົາເອົາມືແຕະວັດຖຸທີ່ຢູ່ຕໍ່ໜ້າ ວັດຖຸນັ້ນຈະເຄື່ອນໄຫວ ຫຼືຖ້າເຂົາສັ່ນສິ່ງຂອງບາງຢ່າງໃນມືຈະມືສຽງດັງ ຫຼືຮູ້ສຶກເພິ່ງພໍໃຈເມື່ອໄດ້ເອົານິ້ວມືເຂົ້າປາກ.
- ດ້ານຮ່າງກາຍ ແລະການເຄື່ອນໄຫວ
- ສາມາດຍົກຫົວຕັ້ງຂຶ້ນໄດ້ມຸມ 45 ອົງສາໄດ້ແລ້ວ ເຖິງຈະຢູ່ໃນທ່ານອນຂວ້ຳ
- ຊັນຄໍໄດ້ດົນເມື່ອນອນຂວ້ຳ ແຕ່ຊັນໜ້າເອິກໄດ້ເປັນຊ່ວງໆ ພໍ່ແມ່ສາມາດຊ່ວຍອອກກໍາລັງກ້າມຊີ້ນຄໍໃຫ້ລູກໄດ້ດ້ວຍການຈັບລູກນອນຫງາຍແລ້ວດຶງມືລູກໃຫ້ລຸກຂຶ້ນມາສູ່ທ່ານັ່ງຢ່າງຊ້າໆ ລູກຈະພາຍະຍາມເກັງກ້າມຊີ້ນຄໍ ແລະ ຫົວໃຫ້ຕັ້ງຊື່ ເຮັດດຸໆຈະຊ່ວຍບໍລິຫານກ້າມຊີ້ນຄໍໃຫ້ລູກໄດ້.
- ເມື່ອຈັບລູກຢືນຈະສາມາດຢຽດຂາຍັນພື້ນໄດ້ພຽງຊົ່ວຄາວ
- ລູກສາມາດນັ່ງອີງໜອນໄດ້ແດ່ແລ້ວ ແຕ່ກໍອາດມີອາການງ່ຽງຊ້າຍງ່ຽງຂວາ
- ລູກເລີ່ມພັດທະນາທັກສະການໃຊ້ມືຢ່າງຈິງຈັງ ເຖິງຈະຍັງໃຊ້ມືຈັບຫຍັງໄດ້ບໍ່ດົນ ແຕ່ກໍສາມາດໃຊ້ມືຕີສິ່ງຂອງຕ່າງໆໄດ້
- ໃຊ້ມືຄວ້າຈັບສິ່ງຂອງ ຫຼືດຶງຂອງທີ່ຢູ່ໃກ້ໆເຂົ້າມາຫາໂຕໄດ້ແລະ ແລະ ຍັງມັກໃຊ້ມືສໍາຫລວດສິ່ງຕ່າງໆເທິງໃບໜ້າຂອງຕົນເອງອີກ ສາມາດເສີມສ້າງຄວາມແຂງແຮງຂອງກ້າມຊີ້ນ ແລະ ພັດທະນາການເຄື່ອນໄຫວໃຫ້ລູກນ້ອຍໄດ້
- ດ້ານພາສາ ແລະ ການສື່ສານ
- ສົ່ງສຽງຮືຮາເພື່ອຕອບຮັບສຽງທີ່ໄດ້ຍິນ ແລະ ມັກຮຽກຮ້ອງຄວາມສົນໃຈເມື່ອເຫັນແມ່ຍ່າງມາ ຫຼືຢູ່ໃກ້
- ລູກໄວນີ້ຍີ້ມງ່າຍຂຶ້ນ
- ລູກສາມາດໂຕ້ຕອບສິ່ງທີ່ໄດ້ຍິນທຸກຊະນິດ ບໍ່ວ່າຈະເປັນການສົ່ງສຽງ ຫັນມານິ່ງຟັງ, ຍີ້ມ, ຂະຫຍັບແຄ້ງຂາໄປມາ ແລະ ສະແດງຄວາມສົນໃຈຕໍ່ສິ່ງໃດສິ່ງໜ້າໄດ້ດົນເຖິງ 45 ນາທີ
- ດ້ານອາລົມ ແລະ ສັງຄົມ
- ລູກໄວນີ້ເລີ່ມໄວ້ວາງໃຈຕໍ່ສິ່ງແວດລ້ອມຫຼາຍຂຶ້ນ ແລະ ຄຸ້ນເຄີຍກັບກິດຈະວັດໃນແຕ່ລະມື້ຫຼາຍຂຶ້ນເຊັ່ນ ຮຽນຮູ້ທີ່ຈະລໍຖ້າໃຫ້ເຖິງເວລາອາຫານ
- ເຖິງລູກຈະຫຼິ້ນກັບໂຕເອງຫຼາຍຂຶ້ນ ແຕ່ກໍຍັງຍາກປະຖິສໍາພັນກັບຄົນອື່ນໆດ້ວຍ ລູກຈຶ່ງບໍ່ມັກການປະຖີ້ມໄວ້ຄົນດຽວດົນໆ
ພັດທະນາການແຕ່ລະດ້ານຂອງລູກນ້ອຍເດືອນນີ້ ກ້າວໜ້າໃຫ້ພໍ່ແມ່ຊື່ນໃຈໃນທຸກໆດ້ານ.

