ສາກົນສືບຕໍ່ຊ່ວຍລາວຕ້ານການຄ້າມະນຸດ

ໃນໂອກາດການພົບປະລະຫວ່າງທ່ານອຳນວຍການໂຄງການວິນຣອກ (Winrock) ສາກົນຕ້ານການຄ້າມະນຸດປະຈຳລາວນາງ ຊູເກດ ແລະ ທ່ານພັນເອກ ເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າກົມໃຫຍ່ຕຳຫລວດ, ທັງເປັນຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດໃນວັນທີ 9 ພຶດສະພານີ້, ທ່ານອຳນວຍການໂຄງການດັ່ງກ່າວໄດ້ສະແດງຄວາມຊົມເຊີຍ ສປປ ລາວ ທີ່ໄດ້ເອົາໃຈໃສ່ວຽກງານຕ້ານການຄ້າມະນຸດຢ່າງແຂງແຮງໃນຜ່ານມາ, ໂດຍສະເພາະການຈັດຕັ້ງປະຕິບັດບັນດາມາດຕະການດ້ານກົດໝາຍ, ນະໂຍບາຍ ແລະ ໂຄງການຕ່າງໆ ເພື່ອສະກັດກັ້ນບັນຫາດັ່ງກ່າວບໍ່ໃຫ້ແຜ່ລາມ ແລະ ເຮັດໃຫ້ຫລຸດລົງເທື່ອລະກ້າວ.
ໃນໂອກາດນີ້, ສອງຝ່າຍຍັງໄດ້ຫາລືການຮ່ວມມືປະຕິບັດໂຄງການຫລຸດຜ່ອນຄວາມສ່ຽງຂອງການຄ້າມະນຸດໃນລາວໃນຕໍ່ໜ້າ, ໂດຍສະເພາະແຕ່ປີ 2018-2022 ພາຍຫລັງໄດ້ຮັບການສະໜັບສະໜູນງົບປະມານເພື່ອປະຕິບັດໂຄງການໃນມູນຄ່າ 2,3 ລ້ານກວ່າໂດລາສະຫະລັດ, ຊຶ່ງຈະເນັ້ນໃສ່ການຝຶກອົບຮົມວິຊາຊີບ ເພື່ອຕອບສະໜອງໂອກາດການຈ້າງງານໃນກຸ່ມເປົ້າໝາຍທີ່ມີຄວາມສ່ຽງ ໂດຍເລີ່ມຈາກຜູ້ລອດຊີວິດຈາກການຄ້າມະນຸດ ເພື່ອປ້ອງກັນບໍ່ໃຫ້ເຂົາເຈົ້າຕົກເປັນຜູ້ຖືກເຄາະຮ້າຍຊ້ຳອີກ. ໂຄງການດັ່ງກ່າວຈະປະຕິບັດຢູ່ນະຄອນຫລວງວຽງຈັນ, ແຂວງສະຫວັນນະເຂດ ແລະ ຈະຂະຫຍາຍໄປທ້ອງຖິ່ນອື່ນໆໃນຕໍ່ໜ້າ.
ຂ່າວໃຫ້ຮູ້ຕື່ມວ່າ: ໃນວັນທີ 9 ພຶດສະພານີ້, ກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ (ຄຕມຊ) ໄດ້ຈັດກອງປະຊຸມປຶກສາຫາລືດ້ານເນື້ອໃນ ແລະ ພິທິການ ເພື່ອກຽມຄວາມພ້ອມໃຫ້ແກ່ກອງປະຊຸມທົບທວນການປະຕິບັດສັນຍາປີ 2017 ແລະ ແຜນການປີ 2018 ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ວ່າດ້ວຍການສະກັດກັ້ນ-ຕ້ານການຄ້າມະນຸດ ແລະ ປົກປ້ອງຊ່ວຍເຫລືອຜູ້ຖືກເຄາະຮ້າຍ, ເຊິ່ງຄາດວ່າຈະຈັດຂຶ້ນໃນທ້າຍເດືອນພຶດສະພານີ້ທີ່ແຂວງຫລວງພະບາງ.

