ສຳມະນານັກຂຽນອາຊຽນ ແລະ ວາງສະແດງປື້ມວັນນະຄະດີ

ເປັນຄັ້ງທຳອິດທີ່ລາວເປັນເຈົ້າພາບຈັດສຳມະນານັກຂຽນອາຊຽນ ແລະ ວາງສະແດງປື້ມວັນນະຄະດີຂອງນັກປະພັນລາວ ແລະ ນັກປະພັນໃນປະເທດສະມາຊິກອາຊຽນ, ໂດຍການເປັນປະທານຂອງທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົມ , ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ. ທ່ານ ອາລຸນ ສີລັດຕະນະກຸນ ຄະນະບໍດີຄະນະອັກສອນສາດ. ແລະ ນັກປະພັນ10ປະເທດອາຊຽນເຂົ້າຮ່ວມ.
ທ່ານ ທອງໃບ ໂພທິສານ ກ່າວວ່າ: ການຈັດສຳມະນາເທື່ອນີ້ເປັນການຮ່ວມມືຖ່າຍທອດປະສົບການຂອງນັກປະພັນໃນຂອບອາຊຽນ ເພື່ອປຶກສາຫາລືແລກປ່ຽນບົດຮຽນສ້າງພາລະບົດບາດໃຫ້ມີຄວາມເຂັ້ມແຂງ ເພື່ອເປຫນການຖ່າຍເທ ຄວາມຮູ້ໃຫ້ແກ່ນັກຮຽນນັກສຶກສາລາວໄດ້ມີການຮຽນຮູ້ອັນໃໝ່ຈາກນັກປະພັນລາວກໍຄືນັກປະພັນໃນອາຊຽນ ແລະ ນັກປະພັນລາວເຄີຍອາດລາງວັນນັກປະພັນອາຊຽນຫຼາຍທ່ານ. ສະນັ້ນ ການສຳມະນານີ້ເປັນບາດກ້າວໜຶ່ງທີ່ນັກປະພັນອາຊຽນຕ້ອງໄດ້ເລ່ັງຄົ້ນຄວ້າບັນຫາຕ່າງໆ ເພື່ອພັດທະນາວຽກງານດັ່ງກ່າວໃຫ້ມີການຂະຫຍາຍຕົວໄປພ້ອມໆກັນ.
ທ່ານ ວິເສດ ສະແຫວງສຶກສາ ໃນນາມນັກປະພັນລາວກໍຄືຄະນະບໍລິຫານງານສະມາຄົມນັກປະພັນລາວເຂົ້າຮ່ວມປະຊຸມໄດ້ກ່າວວ່າ:ລາວເຮົາໄດ້ສະເໜີຫຼາຍບັນຫາເພື່ອໃຫ້ມີການຄົ້ນຄວ້າແລະປັບປ່ຽນນຳກັນແລະສ້າງອັນໃໝ່ຂື້ນມາເປັນຕົ້ນ:ການແລກປ່ຽນນັກປະພັນ,ວິຊາການ,ຫ້ອງສະໝຸດຕ່າງໆທີ່ຈະສະໜອງຄວາມຮູ້ໃຫ້ປະຊາຊົນພົນລະເມືອງໃນປະເທດສະມາຊິກອາຊຽນ;ຢາກໃຫ້ມີລະບົບຈັດຕັ້ງຜັດປ່ຽນການສຳມະນາເຈາະຈົງສະເພາະດ້ານ;ເສີມສ້າງນັກປະພັນຍິງໃນອາຊຽນໃຫ້ຫຼາຍຂື້ນ ປະຈຸບັນເຫັນວ່າມີໜ້ອຍ;ໃກ້ມີການແປປຶ້ມວັນນະກຳ ໂດຍການຂໍອະນຸຍາດຈາກລິຂະສິດງ່າຍຂື້ນ ເພື່ອໃຫ້ຮູ້ເລື່ອງຂອງນັກປະພັນໃນອາຊຽນຫຼາຍຂື້ນ;ຄວນຊອກຫາຫົວຂໍ້ທີ່ສົນໃຈຮ່ວມມືກັນສ້າງຂື້ນມາແລ້ວພາກັນໄປເບິ່ງເພື່ອເປັນຂໍ້ມູນໃນການຂີດຂຽນຂອງນັກປະພັນໃນອາຊຽນ.

