ຈີນ ແລະ ຍີ່ປຸ່ນ ເຊັນສັນຍາການ ຮ່ວມມືດ້ານເສດຖະກິດ-ການຄ້າ

ວັນທີ 9 ພຶດສະພານີ້, ພາຍ ໃຕ້ການເປັນສັກຂີພິຍານຂອງ ທ່ານ ຫຼີ ເຄີ້ສຽງ ນາຍົກລັດຖະ ມົນຕີຈີນ ແລະ ທ່ານ ຊິນໂຊະ ອະເບະ ນາຍົກລັດຖະມົນຕີຍີ່ປຸ່ນ, ທ່ານ ຈຸ່ງຊ່ານ ລັດຖະມົນຕີກະ ຊວງການຄ້າຈີນ ແລະ ທ່ານ ຮີ ໂຣຊີເກະ ເຊະໂກະ ລັດຖະມົນຕີ ກະຊວງເສດຖະກິດຍີ່ປຸ່ນ ໄດ້ ຮ່ວມກັນເຊັນບົດບັນທຶກຄວາມ ເຂົ້າໃຈກ່ຽວກັບການເພີ່ມທະວີການຮ່ວມມືດ້ານການຄ້າການບໍລິການການຄ້າ ແລະ ຄະນະ ກຳມະການປະຕິຮູບການພັດທະ ນາແຫ່ງຊາດຈີນ, ກະຊວງການ ຄ້າຈີນໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືຕະຫຼາດຝ່າຍທີສາມຈີນ-ຍີ່ປຸ່ນ ກັບ ກະຊວງການຕ່າງປະເທດຍີ່ປຸ່ນ ແລະ ກະຊວງເສດຖະກິດຍີ່ປຸ່ນ.

ສອງຝ່າຍຍິນດີສ້າງກົນ ໄກການຮ່ວມມືດ້ານການຄ້າ ການບໍລິການສອງຝ່າຍ, ຕັ້ງໜ້າ ສົ່ງເສີມການຮ່ວມມືໃນຂົງເຂດບໍລິການໃຫ້ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຍິນດີເພີ່ມທະວີການ ຮ່ວມມືດ້ານຕະຫຼາດຝ່າຍທີສາມ, ພາຍໃຕ້ກົນໄກການເຈລະຈາ ລະຫວ່າງການນຳຂັ້ນສູງຂະ ແໜງເສດຖະກິດຈີນ-ຍີ່ປຸ່ນ, ສ້າງ ກົນໄກປະຕິບັດງານເພື່ອຊຸກຍູ້ ການຮ່ວມມືຕະຫຼາດຝ່າຍທີສາມ ຈີນ-ຍີ່ປຸ່ນ ແລະ ຈັດເວທີປຶກສາ ຫາລືການຮ່ວມມືຕະຫຼາດຝ່າຍທີສາມ ຈີນ-ຍີ່ປຸ່ນ ກັບສະຖາບັນ ເສດຖະກິດຮ່ວມກັນ.

