ນາດາລ ເອົາຊະນະ ມົງຟິລ ຜ່ານເຂົ້າຮອບ 3 ເທັນນິສມາດຣິດ ໂອເພັນ

ຜົນ​ເທັນ​ນິສ ​ເອທີ​ພີ ​ເວິລ ທົວ ມ​າ​ສ​ເຕີ 1000 ລາຍການ ມູຕົວ ມາດຣິດ ​ໂອ​ເພັນ ຢູ່​ນະຄອນຫລວງ​ມາດຣິດ ປະ​ເທດສະ​ເປ​ນ ​ໃນ​ປະ​ເພດ​ຊາຍ​ດ່ຽວ​ຮອບ 32 ຄົນ​ສຸດ​ທ້າຍ.

ຣາຟາ​ເອລ ນາ​ດາລ ຍອດ​ນັກ​ເທັນ​ນິສມື 1 ລາຍການ ​ໄລ່​ຕ້ອນ ກາ​ແອ​ລ ມົງຟິລ ຈາກ​ຝຣັ່ງ​ໄປ 2 ​ເຊັດ​ 6-3, 6-1 ຜ່ານ​ເຂົ້າຮອບ 16 ຄົນ​ສຸດ​ທ້າຍ​​ໄປ​ພົບ​ກັບ ດິ​ເອ​ໂກ ຊາ​ວາ​ມັນ ມື 13 ຈາກ​ອາ​ເຈນ​ຕິ​ນາ.

​ໃນ​ປະ​ເພດ​ຍິງ​ດ່ຽວ ມາ​ເຣຍ ຊາຣາ​ໂປ​ວາ ຈາກຣັດ​ເຊຍ ຊະນະ ຄຣິສຕິ​ນາ ມາລາ​​ເດ​ໂນ​ວິຊ ຈາກ​ຝຣັ່ງ 2-0 ​ເຊັດ 6-3, 6-4 ຜ່ານ​ເຂົ້າຮອບ​ຕໍ່​ໄປ​ໄດ້​ເຊັ່ນ​ກັນ.