ທ່ານ ກິມ ຈ໋ອງອຸນ ຫາລືກັບຜູ້ນຳຈີນ ກ່ອນປະຊຸມກັບທ່ານ ທຣຳ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ການພົບປະກັນໃນວັນທີ 7 ແລະ 8 ພຶດສະພານີ້ ຢູ່ນະຄອນຕ້າຫລຽນ ສປ ຈີນ ຖືເປັນຄັ້ງທີ 2 ລະຫວ່າງທ່ານ ກິມ ຈ໋ອງອຸນ ກັບທ່ານ ສີ ຈິ້ນຜິງ ໃນໄລຍະມໍ່ໆນີ້, ພາຍຫລັງເທື່ອທຳອິດທ່ານ ກິມ ຈ໋ອງອຸນ ແລະ ຄະນະເດີນທາງໂດຍລົດໄຟຂ້າມຊາຍແດນໄປຢ້ຽມຢາມນະຄອນຫລວງປັກກິ່ງ ໃນເດືອນມີນາ ເຊິ່ງເປັນການຢ້ຽມຢາມຕ່າງປະເທດຢ່າງເປັນທາງການເທື່ອທຳອິດຂອງທ່ານ ກິມ ຈ໋ອງອຸນ ນັບແຕ່ຂຶ້ນຄອງອຳນາດເມື່ອ 6 ປີກ່ອນ.
ສະຖານີໂທລະພາບ CCTV ຂອງຈີນ ລາຍງານໂດຍອ້າງຄຳກ່າວຂອງທ່ານ ສີ ຈິ້ນຜິງ ວ່າ: ຈີນສະໜັບສະໜູນໃຫ້ ສປປ ເກົາຫລີ ຍຶດໝັ້ນຕໍ່ການປອດອາວຸດນິວເຄຼຍຢູ່ແຫລມເກົາຫລີ ລວມທັງສະໜັບສະໜູນ ສປປ ເກົາຫລີ ແລະ ອາເມລິກາ ໃນການແກ້ໄຂບັນຫາແຫລມເກົາຫລີ ໂດຍຜ່ານການເຈລະຈາ ແລະ ການຫາລື, ສ່ວນທ່ານ ກິມ ຈ໋ອງອຸນ ກ່າວວ່າ: ສປປ ເກົາຫລີ ຍັງຍຶດໝັ້ນຕໍ່ການປົດອາວຸດນິວເຄຼຍ ແລະ ບໍ່ຈຳເປັນຈະຕ້ອງຄອບຄອງອາວຸດມະຫາປະໄລ, ຖ້າຄູ່ກໍລະນີທີ່ກ່ຽວຂ້ອງຍົກເລີກນະໂຍບາຍທີ່ເປັນສັດຕູ ແລະ ໄພຮຸກຮານດ້ານຄວາມໝັ້ນຄົງຕໍ່ ສປປ ເກົາຫລີ.
ຂ່າວລາຍງານຕື່ມວ່າ: ການພົບປະກັນຄັ້ງນີ້ໄດ້ຈັດຂຶ້ນໃນໄລຍະທີ່ການພົວພັນລະຫວ່າງສອງພັກ, ສອງລັດ ແລະ ສອງປະເທດກ້າວເຂົ້າສູ່ໄລຍະທີ່ດີທີ່ສຸດ, ພ້ອມທັງເປັນໂອກາດສຳຄັນໃນການຂະຫຍາຍການພົວພັນມິດຕະພາບລະຫວ່າງສອງປະເທດຕື່ມອີກ ໃນຖານະເປັນການຄັດເລືອກຍຸດທະສາດຂອງສອງພັກ ແລະ ສອງລັດ ບົນພື້ນຖານທີ່ສອງຝ່າຍສືບທອດມູນເຊື້ອໄປມາຫາສູ່ກັນລະຫວ່າງຜູ້ນຳຂັ້ນສູງສຸດສອງຝ່າຍ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນຍຸກໃໝ່. ມິດຕະພາບລະຫວ່າງ ສປປ ເກົາຫລີ ກັບ ຈີນ ຈະຖືກຮັດແໜ້ນຂຶ້ນຕື່ມ ໂດຍໄປຕາມທ່ວງທ່າຂອງຍຸກສະໄໝ.

