ນາຍົກອອກດໍາລັດກ່ຽວກັບການປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນໃຫ້ມີປະສິດທິຜົນ
ນາຍົກລັດຖະມົນຕີໄດ້ອອກດໍາລັດເລກທີ 177/ລບ ລົງວັນທີ 7 ພຶດສະພາ 2018 ວ່າດ້ວຍການປະສານງານລະຫວ່າງບັນດາກະຊວງ, ອົງການທຽບເທົ່າກະຊວງ, ແຂວງ, ນະຄອນຫລວງ ກັບສໍານັກງານນາຍົກລັດຖະມົນຕີ ເພື່ອຮັບປະກັນການປະຕິບັດພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງແຕ່ລະອົງການຈັດຕັ້ງມີຄວາມຖືກຕ້ອງ, ສອດຄ່ອງກົມກຽວ.
ດໍາລັດດັ່ງກ່າວມີ 5 ໝວດ ແລະ 27 ມາດຕາ, ເຊິ່ງໄດ້ແນະນໍາລະອຽດກ່ຽວກັບການປະສານງານ, ວິທີການ ຫລື ຂະບວນການພົວພັນ, ການຮ່ວມມືກັນຂອງສອງ ຫລື ຫລາຍອົງການ ເພື່ອໃຫ້ປະຕິບັດຖືກຕ້ອງຕາມລະບຽບກົດໝາຍ ເພື່ອສ້າງຜົນປະໂຫຍດສູງສຸດໃຫ້ສ່ວນລວມ, ໂດຍສະເພາະແມ່ນລັດຖະບານມີນະໂຍບາຍໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ແຂວງ, ນະຄອນຫລວງ ແລະ ສໍານັກງານນາຍົກລັດຖະມົນຕີມີການປະສານງານຢ່າງກົມກຽວ ແລະ ໄປທິດທາງດຽວກັນ ເພື່ອຮັບປະກັນໃຫ້ວຽກງານມີປະສິດທິພາບ ແລະ ປະສິດທິຜົນ, ຫລີກເວັ້ນການກ້າວກ່າຍ, ຊໍ້າຊ້ອນວຽກງານເຊິ່ງກັນ ແລະ ກັນ ຫລື ປ່ອຍປະລະເລີຍວຽກງານ, ເອື່ອຍອີງ ຫລື ຖີ້ມຄວາມຮັບພິຊອບໃສ່ກັນໂດຍບໍ່ມີອົງການໃດຮັບພິຊອບ. ພ້ອມນີ້, ໃນດໍາລັດດັ່ງກ່າວ ຍັງໄດ້ກໍານົດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ, ໂດຍມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີເປັນເຈົ້າການເຜີຍແຜ່, ແນະນໍາບັນດາກະຊວງ, ອົງການລັດທຽບເທົ່າ ແລະ ອົງການປົກຄອງແຂວງ, ນະຄອນຫລວງ ເພື່ອຈັດຕັ້ງປະຕິບັດໃຫ້ເຂັ້ມງວດ ແລະ ມີປະສິດທິຜົນ.

