ຕວກກີຈະໃຊ້ມາດຕະການຕອບໂຕ້ ຖ້າອາເມລິກາຢຸດຂາຍອາວຸດຕໍ່ຕວກກີ

ວັນທີ 6 ພຶດສະພານີ້, ທ່ານ ເມັບລຸດ ກະວຸໂສກລູ ລັດຖະມົນ ຕີກະຊວງການຕ່າງປະເທດ ຕວກກີ ກ່າວວ່າ: ຖ້າອາເມລິກາ ຢຸດຂາຍອາວຸດໃຫ້ປະເທດຕົນ, ປະເທດຕົນກໍຈະປະຕິບັດມາດຕະ ການຕອບໂຕ້ຄືນເຊັ່ນກັນ. ວັນທີ 4 ພຶດສະພານີ້, ສະ ພາຕ່ຳອາເມລິກາໄດ້ເປີດເຜີຍ ເນື້ອໃນຂອງຍັດຕິກົດໝາຍມອບ ສິດປ້ອງກັນປະເທດປະຈຳປີ 2019. ຕາມຍັດຕິກົດໝາຍດັ່ງ ກ່າວແລ້ວ, ກະຊວງປ້ອງກັນປະ ເທດອາເມລິກາຕ້ອງມອບບົດ ລາຍງານກ່ຽວກັບສາຍພົວພັນອາເມລິກາ-ຕວກກີ ໃຫ້ລັດຖະ ສະພາອາເມລິກາ ແລະ ກ່ອນຈະ ເຮັດບົດລາຍງານສຳເລັດ ອາເມ ລິກາກໍຈະຢຸດຂາຍອາວຸດໃຫ້ ຕວກກີເປັນການຊົ່ວຄາວ. ທ່ານ ກະວຸໂສກລູ ໄດ້ໃຫ້ສຳ ພາດຕໍ່ໂທລະພາບທ້ອງຖິ່ນວ່າ: ປະເທດຕົນບໍ່ຍອມຮັບການຢຸດຂາຍເຮືອບິນສູ້ຮົບ F-35 ຂອງ ອາເມລິກາໃຫ້ປະເທດຕົນ. ຖ້າ ອາເມລິກາໃຊ້ມາດຕະການຂວ້ຳ ບາດຕວກກີ ເຊັ່ນຫ້າມຂາຍອາ ວຸດໃຫ້ຕວກກີ ຫຼື ຢຸດຕິການອອກ ວີຊາ, ປະເທດຕົນກໍຈະປະຕິບັດ ມາດຕະການຕອບໂຕ້ຄືນຢ່າງ ແນ່ນອນ.

