ມອບ-ຮັບອາຄານຮຽນ ວົງວິຈິດ ບັນດິດວິທະຍາ

ພິທີມອບ-ຮັບ ອາຄານ ຮຽນ ວົງວິຈິດ ບັນດິດວິ ທະ ຍາ ໄດ້ມີຂຶ້ນໃນວັນທີ 2 ພຶດ ສະພານີ້, ຢູ່ ໂຮງຮຽນ ມສ. ໜອງເປັດ ເມືອງ ແປກ ແຂວງ ຊຽງຂວາງ, ໂດຍ ສູນກາງອົງການພຸດທະສາ ສະໜາສຳພັນລາວ ຮ່ວມກັບ ຄອບຄົວ ວົງວິຈິດ ເປັນຜູ້ ສ້າງໃນມູນຄ່າກ່ວາ 1 ຕື້ກີບ, ໂດຍການເຂົ້າຮ່ວມມອບ- ຮັບອາຄານດັ່ງກ່າວ ຂອງ ພະອາຈານ ມະຫາງອນ ດຳ ຣົງບູນ ປະທານສູນກາງອົງ ການພຸດທະສາສະໜາສຳ ພັນລາວພ້ອມດ້ວຍການນຳ ແຂວງ ຊຽງຂວາງ.

+ ມອບ-ຮັບການກໍ່ສ້າງໂຮງຮຽນ 14 ແຫ່ງລະຫວ່າງພະແນກສຶກສາ ແລະ ແຜນການ ແລະ ການລົງທຶນແຂວງວຽງຈັນ
+ ມອບ-ຮັບອາຄານຮຽນຫລັງໃໝ່ໃຫ້ໂຮງຮຽນ ມສ ບຶກທົ່ງ
ອົງການພຸດທະສາສະ ໜາສຳພັນລາວ ໃຫ້ຮູ້ວ່າ: ອາ ຄານຮຽນຫລັງໃໝ່ ມສ. ໜອງເປັດ ເມືອງແປກ, ເປັນ ໂຄງການປະນິທານຂອງຍາ ທ່ານໃຫຍ່ມະຫາງອນ ດຳ ຣົງບຸນ ປະທານສູນກາງ ອພສ, ໂດຍມີກຳມາທິການ ສາທາລະນູປະການ ຮັບສະ ໜອງງານອາຄານຮຽນວົງວິຈິດບັນດິດວິທະຍາສ້າງ ຂຶ້ນ ທີ່ບ້ານເກີດທ່ານ ພູມີ ວົງ ວິຈິດ ອາດີດການນຳ ຄົນສຳ ຄັນ ຂອງປະເທດເພື່ອເປັນ ການຕອບບຸນແທນຄຸນ, ທັງ ລູກຫຼານຈຶ່ງໄດ້ພ້ອມພຽງ ກັນສ້າງອາຄານຮຽນວິຈິດບັນດິດວິທະຍາ ຂຶ້ນເພື່ອມອບ ຖວາຍແດ່ຄະນະສົງ ແລະ ອຸທິດຫາດວງຈິດວີນຍານ ຂອງ ທ່ານ ພູມີ ວົງວິຈິດ ຜູ້ ນຳທີ່ເຄົາລົບຮັກຂອງປະຊາ ຊົນລາວບັນດາເຜົ່າ. ໂດຍ ດຳເນີນການກໍ່ສ້າງມາແຕ່ປີ 2017, ເປັນອາຄານ 2 ຊັ້ນ ມີ 10 ຫ້ອງ, ມີເນື້ອທີ່ກ່ວາ 400 ຕາແມັດ, ເພື່ອເປັນ ບ່ອນສຶກສາຮ່ຳຮຽນຂອງ ນັກຮຽນ ຊັ້ນມັດທະຍົມ ແລະ ເພື່ອພັດທະນາຊັບພະຍາ ກອນມະນຸດຂອງລາວໃຫ້ ນັບມື້ ເຕີບໃຫຍ່ເຂັ້ມແຂງ./.

