ຜູ້ນຳຟີລິບປິນສັ່ງຫ້າມພົນລະເມືອງ ໄປເຮັດວຽກຢູ່ກູເວດເປັນການຖາວອນ

ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ຂອງຟີລິບປິນ ກ່າວໃນວັນທີ 29 ເມສາຜ່ານມາວ່າ: ປະກາດຫ້າມຊາວຟີລິບປິນໄປເຮັດວຽກໃນກູເວດເປັນການຊົ່ວຄາວໄດ້ຍົກລະດັບເປັນຄຳສັ່ງຫ້າມຖາວອນແລ້ວ ຍິ່ງສະແດງເຖິງຄວາມຂັດແຍ່ງທາງການທູດທີ່ເຂັ້ມງວດຂຶ້ນຕາມລາຍງານວ່າ ກູເວດປະຕິບັດບໍ່ດີກັບແຮງງານຕ່າງຊາດ ແລະ ຍັງຮຽກຮ້ອງໃຫ້ແຮງງານຟີລິບປິນທີ່ເຮັດວຽກຢູ່ກູເວດເດີນທາງກັບໂດຍໄວ.
https://www.facebook.com/vovph/videos/1816078808414371/
ຜູ້ນຳຟີລິບປິນປະກາດໃນເດືອນກຸມພາ ຫ້າມແຮງງານເດີນທາງໄປກູເວດ ຫລັງເຫດຄາດຕະກຳແຮງງານຟີລິບປິນ ແລະ ເຊື່ອງສົບໄວ້ໃນຊ່ອງແຊ່ແຂງ. ວິກິດດັ່ງກ່າວຍິ່ງຮຸນແຮງຂຶ້ນ ພາຍຫລັງທາງການກູເວດມີຄຳສັ່ງໃນອາທິດຜ່ານມາ ໃຫ້ອຸປະທູດຟີລິບປິນເດີນທາງອອກຈາກປະເທດ ຈາກກໍລະນີທີ່ມີວີດີໂອເຜີຍແຜ່ເຈົ້າໜ້າທີ່ສະຖານທູດຟີລິບປິນໃຫ້ການຊ່ວຍເຫລືອແຮງງານໃນກູເວດຫລົບໜີນາຍຈ້າງທີ່ທາຮຸນ. ຜ່ານມາ ຟີລິບປິນ ແລະ ກູເວດ ໄດ້ເຈລະຈາຫວັງສ້າງຂໍ້ຕົກລົງແຮງງານກັນ ເຊິ່ງເຈົ້າໜ້າທີ່ຟີລິບປິນກ່າວວ່າ ເພື່ອນຳໄປສູ່ການຍົກເລີກຂໍ້ຫ້າມແຮງງານ, ແຕ່ຈາກຄວາມເຄັ່ງຕຶງທີ່ຮຸນແຮງຂຶ້ນ ຈຶ່ງເຮັດໃຫ້ບໍ່ມີທ່າອ່ຽງວ່າຈະສ້າງຂໍ້ຕົກລົງກັນໄດ້.

