ບັນຫາສຸຂະພາບຂອງແມ່ຍິງໂສດມີຫຍັງແດ່ ?

ມີຜົນການສຶກສາໃໝ່ຫລ້າສຸດຈາກຕ່າງປະເທດ ສະຫລຸບຜົນການສຶກສາວ່າ : ແມ່ຍິງໂສດໃນຍຸກປະຈຸບັນນີ້ຕ້ອງໃຊ້ຄວາມພະຍາຍາມຫລາຍຂຶ້ນໃນການປົກປ້ອງຕົນເອງໃຫ້ລອດຈາກໄພອັນຕະລາຍຕ່າງໆ ທັງຊີວິດການເປັນຢູ່, ການພົບປະຜູ້ຄົນ ແລະ ອາດຊະຍາກຳຮູບແບບຕ່າງໆ ເຖິງວ່າສະໄໝໃໝ່ນີ້ບໍ່ໄດ້ສົ່ງຜົນກະທົບຕໍ່ສຸຂະພາບແມ່ຍິງໂສດໂດຍກົງ, ແຕ່ກໍກະທົບກັບສຸຂະພາບຜ່ານຂະບວນການຄິດ ແລະ ພິຈາລະນາເພື່ອຕີຄວາມໝາຍ.

ແມ່ຍິງໂສດຈະຕ້ອງໃຊ້ຊີວິດຢູ່ກັບຄວາມຫວາດລະແວງ, ວິຕົກກັງວົນ ແລະ ຢ້ານຈະຖືກທຳຮ້າຍຈາກເພດກົງກັນຂ້າມ ບ່ອນນີ້ເຮັດໃຫ້ພວກນາງມີຄວາມເປັນສ່ວນໂຕສູງ, ຫລຸດການເພິ່ງພາ, ຫລຸດການເຮັດພາລະກິດປະເພດຕ່າງໆ ແລະ ຫລຸດການເຄື່ອນທີ່. ບ່ອນນີ້ເປັນສາເຫດໜຶ່ງຂອງປັນຫາສຸຂະພາບ. ແນວໃດກໍຕາມ, ເຖິງວ່າຜົນການສຶກສາຈະບໍ່ໄດ້ລະບຸວ່າແມ່ ຍິງໂສດນັ້ນຈະມີປັນຫາເລື່ອງສຸຂະພາບຢ່າງຈະແຈ້ງ, ແຕ່ເຮົາກໍພົບວ່າແມ່ຍິງໂສດເຈັບປ່ວຍໄດ້ງ່າຍກ່ວາແມ່ຍິງບໍ່ໂສດ ແລະ ມີສາເຫດຂອງການເຈັບປ່ວຍແຕກຕ່າງຈາກປະຊາກອນທົ່ວໄປ.

ແມ່ຍິງໂສດຈະຫລຸດການເພິ່ງພາລົງ ພວກນາງຈະມາເພິ່ງພາລະບົບຫລາຍຂຶ້ນ ເຊັ່ນ : ລະບົບເບິ່ງແຍງດູແລສຸຂະພາບ, ການເຮັດວຽກ, ການຈັດການທາງການເງິນ ແລະ ການສ້າງຄວາມໝັ້ນຄົງ. ແຕ່ປະຈຸບັນແມ່ຍິງໂສດຍັງບໍ່ສາມາດໃຊ້ປະໂຫຍດຈາກລະບົບເຫລົ່ານີ້ໄດ້ເຕັມທີ່. ສະນັ້ນ, ຄວນມີການສະໜັບສະໜູນອົງຄວາມຮູ້ດ້ານສຸຂະພາບ ແລະ ການແລກປ່ຽນຂໍ້ມູນຂ່າວສານລະຫ່ວາງເຄືອຂ່າຍ ຄຽງຄູ່ກັບການແລກປ່ຽນປະສົບການທີ່ເປັນປະໂຫຍດຕໍ່ການໃຊ້ຊີວິດໃນສັງຄົມສະໄໝໃໝ່ ຈະສາມາດໃຫ້ແມ່ຍິງໂສດໄດ້ມີໂອກາດຕັດສິນໃຈເລືອກຊ່ອງທາງທີ່ຈະນຳໄປສູ່ການມີສຸຂະພາບ ແລະ ການໃຊ້ຊີວິດທີ່ດີຂຶ້ນໄດ້.