ເປີດງານມະຫາກຳຊັບສິນທາງປັນຍາຄັ້ງທີ 4 ເພື່ອເປັນເວທີພັດທະນາ ແລະ ຫຼຸດຜ່ອນຄວາມທຸກຍາກ

ພິທີເປີດງານມະຫາກຳຊັບສິນທາງປັນຍາ 2018 ພາຍໃຕ້ຄໍາຂວັນ “ແມ່ຍິງສ້າງນະວັດຕະກຳ ແລະ ປະດິດຄິດແຕ່ງ: ເປັນພະລັງແຫ່ງການປ່ຽນແປງ” ຫຼື “ Powering change: Women in innovation and creativity” ໄດ້ຈັດຂຶ້ນໃນວັນທີ 23 ເມສາ 2018, ທີ່ສູນການຄ້າ ລາວ-ໄອເຕັກ (ຕຶກເກົ່າ) ໂດຍການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງສປປ ລາວ , ມີທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ປະທານສູນກາງສະຫະພັນແມ່ຍິງລາວ ພ້ອມທັງພະນັກງານ, ຫົວໜ່ວຍທຸລະກິດ ແລະ ຫ້າງຮ້ານຕ່າງໆເຂົ້!ຮ່ວມຫລາຍກ່ວາ 300 ຮ້ານ
ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ກ່າວວ່າ: ການ ຈັດງານມະຫາກໍາຊັບສິນທາງປັນຍາ ຄັ້ງທີ 4 ປະຈໍາປີ 2018 ນີ້, ມັນເປັນເວທີ ອັນສໍາຄັນ ເພື່ອຊຸກຍູ້ສົ່ງເສີມວຽກງານຊັບສິນ ທາງປັນຍາ ຂອງປະເທດເຮົາໃນການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳ ເພື່ອຫັນປະເທດເຮົາໃຫ້ເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ, ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ໂດຍສະເພາະແມ່ນແມ່ຍິງ ຕາມຄຳຂວັນທີ່ວ່າ “ ເສີມສ້າງຊັບສິນທາງປັນຍາ ເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳ ແບບຍືນຍົງ”.
ດ້ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ນຍິງລາວ ກ່າວວ່າ: ປັດຈຸບັນແມ່ຍິງລາວບັນດາເຜົ່າກໍ່ຄື ແມ່ຍິງ ໃນທົ່ວໂລກພວມສູ້ຊົນຄົ້ນຄິດປະດິດສ້າງຜະລິດຕະພັນໃໝ່ໆ ໃນການຜະລິດເປັນສິນຄ້າທີ່ມີຄຸນນະພາບເຮັດໃຫ້ເສດຖະກິດຕະຫລາດມີການຂະຫຍາຍຕົວ. ແມ່ຍິງສາມາດເຂົ້າເຖິງສິດທິ ແລະ ສາມາດປົກປ້ອງສິດຜົນປະໂຫຍດອັນຊອບທຳ ໂດຍຕິດພັນກັບການຊຸກຍູ້ສົ່ງເສີມເສດຖະກິດຄອບຄົວ ຈາກການພັດທະນາເສດຖະກິດ-ສັງຄົມ, ການພັດທະນາວິທະຍາສາດ-ເຕັກໂນໂລຊີ ແລະ ການພັດທະນາວຽກງານຊັບສິນທາງປັນຍາຢ່າງຮອບດ້ານ. ເຊິ່ງສ້າງກາລະໂອກາດທີ່ເອື້ອອຳນວຍໃຫ້ແກ່ການປ່ຽນແປງນະວັດຕະກຳ ເຮັດໃຫ້ແມ່ຍິງໄດ້ເຂົ້າເຖິງແຫຼ່ງຄວາມຮູ້, ຫຼຸດຕົ້ນທຶນເພີ່ມກຳໄລ ແລະ ການຕະຫຼາດທີ່ຍືນຍົງ.

