ສານຕ້ານອະນຸມູນອິດສະລະອາດຈະບໍ່ດີທຸກຊະນິດ

 

ນັກວິໄຈຈາກໄຕ້ຫວັນກ່າວວ່າ : ຈາກການສຶກສາໃນໜູທົດລອງ ພົບວ່າ: ສານຕ້ານອະນຸມູນອິດສະລະບາງຊະນິດບໍ່ໄດ້ດີຕໍ່ສຸ ຂະພາບໃນການຕໍ່ຕ້ານພະຍາດມະເຮັງ.

ທ່ານ   KuanChou Chen  ນັກວິໄຈຈາກມະຫາວິທະຍາໄລແພດໄທເປ ໂຮງໝໍ ShuanHo  ແຈ້ງໄປຍັງອົງການອາຫານ ແລະ ຢາສະຫະລັດອາເມລິກາ ແລະ ສະມາຄົມສຸຂະພາບອື່ນໆໃນການປະເມີນຄວາມປອດໄພຂອງສານຕ້ານອະນຸມູນອິດສະລະຈາກພືດໃໝ່ ເນື່ອງຈາກຜົນການທົດລອງໃນໜູທົດລອງພົບວ່າ : ມີສານຢູ່ 2  ຊະນິດທີ່ເຮັດໃຫ້ພະຍາດມະເຮັງມີອາການຮຸນແຮງຂຶ້ນກ່ວາເກົ່າ ເຊິ່ງສານທັງ 2 ຊະນິດນີ້ໃຊ້ໃນການເຮັດພືດພື້ນເມືອງບຳບັດແລະ ໃຊ້ເປັນອາຫານເສີມ.

ວຽກງານວິໄຈນີ້ພົບວ່າ : ສານຕ້ານອະນຸມູນອິດສະລະ 2 ຊະນິດ ເຊິ່ງພົບໃນພືດຊື່ວ່າ : quercetinແລະ  ferulic acid ກະຕຸ້ນໃຫ້ເກີດພະຍາດມະເຮັງໝາກໄຂ່ຫລັງໃນໜູທົດລອງທີ່ປ່ວຍເປັນພະຍາດເບົາຫວານ.

ໃນການວິໄຈຂອງພວກເຮົາພົບວ່າ :  quercetinກະຕຸ້ນໃຫ້ເກີດພະຍາດມະເຮັງໝາກໄຂ່ຫລັງ ເຖິງວ່າຈະບໍ່ແມ່ນໂດຍກົງກໍຕາມ. ນັກວິທະຍາສາດບາງຄົນເຊື່ອວ່າ:  quercetinບໍ່ຄວນເອົາມາໃຊ້ເພື່ອປ້ອງກັນພະຍາດໃນຜູ້ມີສຸຂະພາບແຂງແຮງດີ ຈົນກ່ວາຈະໝັ້ນໃຈໄດ້ວ່າມັນບໍ່ໄດ້ເປັນສາເຫດຂອງພະຍາດມະເຮັງ, ທ່ານ  Chen ກ່າວ.

ນັກວິໄຈຍັງກ່າວຕື່ມວ່າ : ສານ quercetinສາມາດພົບໄດ້ໃນຫົວຜັກບົ່ວໃຫຍ່ ແລະ ຊາດຳ. ສ່ວນ ferulic acid ສາມາດພົບໄດ້ໃນໝາກສາລີ, ໝາກເລັ່ນໃຫຍ່ ແລະ ຮຳເຂົ້າ. ສະນັ້ນ, ການກິນອາຫານເສີມ ຫລື ສານຕໍ່ຕ້ານອະນຸມູນອິດສະລະໃດໆ ຄວນຢູ່ໃນຄຳແນະນຳຂອງແພດ ບໍ່ຄວນຊື້ມາກິນເອງເດັດຂາດ.