ເມັກຊິກວຸ້ນຫລັງວັດສະດຸນິວເຄຼຍຖືກລັກ
ເມັກຊິກ 25 ເມສາ: ທາງການເມັກຊິກອອກປະກາດເຕືອນໄພໃນຫລາຍພື້ນທີ່ ຫລັງເກີດເຫດກຸ່ມໂຈນປຸ້ນເຄື່ອງເອັກສະເຣບັນຈຸສານກຳມັນຕະລັງສີອິຣິດຽມ-192 ເຊິ່ງເປັນວັດສະດຸນິວເຄຼຍທີ່ເປັນອັນຕະລາຍ ຖ້າບໍ່ໄດ້ຮັບການເບິ່ງແຍງຢ່າງເໝາະສົມ.
ກະຊວງປ້ອງກັນປະເທດເມັກຊິກອອກຖະແຫລງການລະບຸວ່າ: ເຄື່ອງເອັກສະເຣດັງກ່າວຖືກລັກຈາກລົດບັນທຸກຢູ່ເມືອງຕະລາເກປາເກ ລັດຮາລິສໂກ ໂດຍສານອິຣິດຽມ-192 ເປັນສານທີ່ມີຄວາມອັນຕະລາຍ ຖ້າມີການເຮັດໃຫ້ສານດັ່ງກ່າວຮົ່ວໄຫລອອກມາຈາກເຄື່ອງ. ທັງນີ້ ທາງການໄດ້ມີການອອກປະກາດເຕືອນໃນຫລາຍລັດ ປະກອບມີຮາລິສໂກ, ໂກລີມາ, ນາຍາຣິດ, ອາກວັດສະກາລຽນເຕສ, ກວານາວາໂຕ, ມິໂຊອາກັງ, ຊັນລຸຍສໂປໂຕຊິ, ດູຣັງໂກ ແລະ ຊາກາເຕກັດ ໂດຍໃຫ້ຜູ້ພົບເຫັນອອກຫ່າງຈາກວັດສະດຸກຳມັນຕະລັງສີຢ່າງໜ້ອຍ 30 ແມັດ ແລະ ແຈ້ງຂໍຄວາມຊ່ວຍເຫລືອຈາກເຈົ້າໜ້າທີ່.

