ສຸບິນແຟຊັ້ນ ເປີດສາຂາໃໝ່ບ້ານຂົວຫລວງ.

ສຸບິນແຟຊັ້ນ ຂະຫຍາຍສາຂາໃໝ່ໄປທີ່ບ້ານຂົວຫລວງ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ແລະ ເມື່ອວັນທີ 6 ເມສາຜ່ານມານີ້, ກໍໄດ້ມີພິທີເປີດຢ່າງເປັນທາງການ, ໂດຍການເຂົ້າຮ່ວມຂອງທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ທ່ານນາງ ບົວລອນ ວົງດາລາແສນ ເຈົ້າເມືອງຈັນທີບູລີ, ພ້ອມດ້ວຍບັນດາພະນັກງານ ແລະ ນັກທຸລະກິດ ແລະ ສື່ມວນຊົນເຂົ້າຮ່ວມຢ່າງຫລວງຫລາຍ.
ສຸບິນແຟຊັ້ນສາຂາໃໝ່ນີ້, ເປັນສາຂາທີ່ໃຫຍ່ກວ່າສາຂາອື່ນ, ຊຶ່ງສາມາດເຮັດເປັນບ່ອນວາງສະແດງ ແລະ ຂາຍຜະລິດຕະພັນຂອງຕົນ, ສຳລັບເຄື່ອງແບບທຸກຊະນິດຂອງສຸພາບບູລຸດ ແລະ ສຸພາບສະຕຣີ.
ທ່ານ ສຸບິນ ຫລວງລາດ ເຈົ້າຂອງທຸລະກິດດັ່ງກ່າວມີຄຳເຫັນວ່າ: ຍ້ອນໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກລູກຄ້າພວກເຮົາ ຈຶ່ງສາມາດຂະຫຍາຍສາຂາໄດ້,ສະນັ້ນຈະພະຍາຍາມເນັ້ນຄຸນນະພາບຂອງຜະລິດຕະພັນເປັນຫລັກ, ຈັດຫາວັດຖຸດິບ ກໍຄືແຜ່ນແພທີ່ດີສຸດ ເພື່ອສ້າງຄວາມໝັ້ນໃຈໃຫ້ລູກຄ້າ ແລະ ສາຂາໃໝ່ນີ້ ເປັນສູນລວມຜະລິດຕະພັນຂອງທ່ານຊາຍ ແລະ ຍິງ ບໍ່ວ່າຈະເປັນຊຸດສາກົນ, ເຊື້ອເຊີດ, ກະເປົາໜັງ, ສາຍແອວໜັງ, ກາລະວັດ ແລະ ເຄື່ອງສຳລັບສຸພາບສະຕີຫລາກຫລາຍຮູບແບບ, ລວມທັງຊຸດລາຕີ, ຊຸດແຕ່ງງານ ແລະໄລຍະເປີດສາຂາໃໝ່ນີ້ຮ້ານຈະມີສ່ວນຫລຸດ 15%.
ປັດຈຸບັນ, ສຸບິນແຟຊັ້ນມີສາຂາທຸລະກິດຄື: ສາຂາສີຫອມ, ສາຂາບ້ານນາຄຳ, ສາຂາວຽງຈັນເຊັນເຕີ ແລະ ສາຂາບ້ານຂົວຫລວງ ທີ່ເປັນຄວາມສາມາດຂອງຄົນລາວໃນຄວາມພະຍາຍາມສ້າງສິນຄ້າເປັນຊື່ສະເພາະຂອງຕົນອອກສູ່ຕະຫລາດພາຍໃນ ແລະ ແຂ່ງຂັນໄດ້ກັບສິນຄ້າແຟຊັ້ນສາກົນທີ່ເຂົ້າມາຕີຕະຫລາດໃນບ້ານເຮົາ.

