ປີຜ່ານມາລາວສົ່ງອອກຜະລິດຕະພັນພືດບັນລຸຕື້ກວ່າໂດລາສະຫະລັດ

ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ໃນປີຜ່ານມາ, ການສົ່ງອອກຜະລິດຕະພັນພືດຂອງປະເທດເຮົາບັນລຸໄດ້ກວ່າຕື້ໂດລາສະຫະລັດ, ໂດຍສ່ວນໃຫຍ່ແມ່ນສົ່ງໄປຈີນ, ຫວຽດນາມ ແລະ ໄທ. ໃນນັ້ນສົ່ງອອກຫລາຍກວ່າໝູ່ແມ່ນກາເຟມີຈໍານວນ 52 ພັນໂຕນຕົກເປັນມູນຄ່າເກືອບ 100 ລ້ານໂດລາສະຫະລັດ, ຮອງລົງມາແມ່ນປະເພດໝາກໄມ້ໄດ້ 146 ລ້ານໂດລາ, ປະເພດພືດຜັກໄດ້ 30 ລ້ານໂດລາສະ, ສາລີ 37 ລ້ານໂດລາ, ເຂົ້າປະມານ 10 ລ້ານໂດລາ ແລະ ອື່ນໆ. ສໍາລັບການສົ່ງອອກເຂົ້າໄປ ສປຈີນ ຕາມໂກຕາ 20 ພັນໂຕນຕໍ່ປີນັ້ນ, ມາຮອດປັດຈຸບັນ ໄດ້ສົ່ງໄປແລ້ວ 10.800 ໂຕນ ແລະ ຈະສົ່ງໄປອີກປະມານ 9.200 ໂຕນຮອດເດືອນມິຖຸນານີ້, ໂດຍແມ່ນບໍລິສັດ ໄອດີພີ (IDP) ແລະ ບໍລິສັດ ຊວນເຢ ຂອງຈີນເປັນຜູ້ສົ່ງອອກ ແລະ ມາຮອດປັດຈຸບັນ, ໄດ້ສຳເລັດການອອກເອກະສານກ່ຽວກັບພື້ນທີ່ໃຫ້ບັນດາບໍລິສັດຜະລິດເຂົ້າຄື: ບໍລິສັດ ໂຮງສີວານີດາການຄ້າ ແຂວງຄຳມ່ວນ, ບໍລິສັດ ກຳແພງເພັດ ແຈ້ງສະຫວ່າງ ນະຄອນຫລວງວຽງຈັນ ແລະ ສະຫະກອນພັດທະນາກະສິກຳ ແຂວງຄຳມ່ວນ, ເຊິ່ງມີພື້ນທີ່ລວມປະມານ 60.000 ເຮັກຕາ ແລະ ສາມາດຜະລິດເຂົ້າເພື່ອສົ່ງອອກໄດ້ປະມານ 3-4 ແສນໂຕນຕໍ່ປີ.
ກະຊວງດັ່ງກ່າວ ໃຫ້ຮູ້ວ່າ: ການຜະລິດກະສິກໍາເພື່ອຄໍ້າປະກັນສະບຽງອາຫານ ແລະ ການສົ່ງອອກນັ້ນ, ປັດໃຈຕົ້ນຕໍແມ່ນວຽກງານຊົນລະປະທານ, ໂດຍສະເພາະໃນເຂດຈຸດສຸມການຜະລິດເຂົ້າ. ປັດຈຸບັນ, ລະບົບຊົນລະປະທານສາມາດສະໜອງນໍ້າໃຫ້ເນື້ອທີ່ການຜະລິດປະມານ 267 ພັນເຮັກຕາສຳລັບລະດູຝົນ (ໃນນີ້ປູກເຂົ້າ 259 ພັນເຮັກຕາ ແລະ ພືດ 8 ພັນເຮັກຕາ) ແລະ ລະດູແລ້ງແມ່ນ 156 ພັນເຮັກຕາ (ປູກເຂົ້າ 90 ພັນເຮັກຕາ ແລະ ພືດ 66 ພັນ ເຮັກຕາ), ຄຽງຄູ່ກັນນີ້, ມີລະບົບຊົນລະປະທານປະມານ 40% ໄດ້ເກີດການຊໍາລຸດເປ່ເພ ແລະ ເກີດຄວາມສີ້ນເປືອງໃນການນໍາໃຊ້, ຊຶ່ງເປັນສາເຫດໜຶ່ງພາ ໃຫ້ສະພາບການປູກເຂົ້າມີລັກສະນະຫລຸດລົງໃນແຕ່ລະປີ, ຍ້ອນຕົ້ນທຶນການຜະລິດສູງ.

