ທະນາຄານລາວຫວຽດມອບລົດໃຫຍ່ໃຫ້ລູກຄ້າຜູ້ໂຊກດີ

ໃນວັນທີ 15 ມີນານີ້, ທີ່ສໍານັກງານໃຫຍ່ທະນາຄານຮ່ວມທຸລະກິດລາວ-ຫວຽດ (Lao-Viet Bank), ທ່ານ ຫງວຽນ ວັນ ບິງ ອໍານວຍການໃຫຍ່ທະນາຄານດັ່ງກ່າວ, ໄດ້ເປັນກຽດມອບລາງວັນໃຫ້ລູກຄ້າຜູ້ໂຊກດີໃນລາຍການ “ເງິນຝາກລຸ້ນຮັບໂຊກປີ 2017” ຊຶ່ງລວມມີທັງໝົດ 21 ລາງວັນຄື: ລາງວັນທີ 1 ແມ່ນລົດໂຕໂຍຕາ ຟໍຈູນເນີ ມູນຄ່າຫລາຍກວ່າ 400 ລ້ານກີບ ໃຫ້ທ່ານນາງ ບົວຈີນ ແກ້ວພິລາ, ສ່ວນລາງວັນທີ 2 ໂທລະພາບສີຂະໜາດ 72 ນິ້ວມີ 2 ລາງວັນ, ລາງວັນທີ 3 ແມ່ນລົດຈັກຮອນດ້າເວບ 110 ໄອ ມີ 3 ລາງວັນ, ລາງວັນທີ 4 ເປັນຈັກຊັກເຄື່ອງມີ 5 ລາງວັນ ແລະ ລາງວັນທີ 5 ແມ່ນສາຍຄໍຄໍາໜັກ 2 ສະຫລຶງມີ 10 ລາງວັນ.

ທ່ານອໍານວຍການທະນາຄານດັ່ງກ່າວ ໃຫ້ຮູ້ວ່າ: ການຈັດລາຍການມອບໂຊກດັ່ງກ່າວ, ກໍເພື່ອເປັນການຄືນກໍາໄລໃຫ້ລູກຄ້າທີ່ໃຫ້ການສະໜັບສະໜູນທະນາຄານຂອງຕົນດ້ວຍດີສະເໝີມາ ແລະ ຢືນຢັນວ່າຈະສືບຕໍ່ຈັດລາຍການມອບໂຊກແບບນີ້ເລື້ອຍໆໄປ.

ພິທີມອບໂຊກຄັ້ງນີ້, ມີຜູ້ຕາງໜ້າຈາກພະແນກການເງິນ, ອຸດສາຫະກໍາ ແລະ ການຄ້າ, ຍຸຕິທໍາ, ປ້ອງກັນຄວາມສະຫງົບ ແລະ ພະນັກງານທະນາຄານເຂົ້າຮ່ວມນໍາດ້ວຍ.