ເສດຖະກິດໂລກອາດຈະປະສົບຜົນເສຍຫາຍ 470 ຕື້ໂດລາ ຍ້ອນອາເມລິກາກໍ່ສົງຄາມການຄ້າ

ນັກວິເຄາະເສດຖະກິດອາ ເມລິກາກ່າວເຕືອນໃນວັນທີ 12 ມີນານີ້ວ່າ: ເມື່ອໃດລັດຖະບານ ໂດນັນ ທຣຳ ກໍ່ສົງຄາມການຄ້າ ຮອບດ້ານ, ຮອດປີ 2020 ເສດ ຖະກິດໂລກອາດຈະປະສົບຜົນ ເສຍຫາຍສູງເຖິງ 470 ຕື້ໂດລາ ສະຫະລັດ.

ສຳນັກຂ່າວສານ Bloomberg ເປີດເຜີຍບົດລາຍງານຄົ້ນ ຄວ້າໃນວັນທີ 12 ມີນານີ້ວ່າ: ສົມ ມຸດວ່າ ສົງຄາມການຄ້າທີ່ກໍ່ຂຶ້ນ ໂດຍລັດຖະບານ ໂດນັນ ທຣຳ ເຮັດໃຫ້ພາສີໃນທົ່ວໂລກສູງຂຶ້ນ 10%, ຮອດປີ 2020 ຍອດມູນ ຄ່າການຄ້າທົ່ວໂລກຈະຫຼຸດລົງ 3,7%, ເຊິ່ງຈະສົ່ງຜົນເຮັດໃຫ້ ຍອດປະລິມານເສດຖະກິດທົ່ວ ໂລກຈະຫຼຸດລົງ 0,5%.
ນອກຈາກຜົນກະທົບໂດຍກົງຈາກສົງຄາມການຄ້າແລ້ວ, ການປົກປ້ອງການຄ້າຍັງຈະສົ່ງ ຜົນກະທົບທາງລົບຢ່າງເລິກເຊິ່ງ ແລະ ຍາວນານຕໍ່ເສດຖະກິດ ໂລກຫຼາຍກວ່າເກົ່າ. ນັກວິເຄາະ ຢືນຢັນວ່າ: ການປົກປ້ອງການ ຄ້າເຮັດໃຫ້ການແກ້ງແຍ້ງຫຼຸດ ໜ້ອຍລົງ ທັງສະກັດກັ້ນການ ແລກປ່ຽນດ້ານເຕັກນິກ ແລະ ແນວຄິດໃນທົ່ວໂລກ, ເບິ່ງໃນໄລ ຍະຍາວແລ້ວ ຈະເຮັດໃຫ້ປະສິດ ທິພາບການຜະລິດຫຼຸດຕ່ຳລົງ ເຊິ່ງຈະຕັດຮອນທ່າແຮງບົ່ມຊ້ອນ ຂອງການເຕີບໃຫຍ່ເສດຖະກິດໂລກ.

