ມີຫລາຍສາເຫດພາໃຫ້ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກເດີນໜ້າຊ້າ

ກອງປະຊຸມສະຫລຸບວຽກງານພັດທະນາກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດປະຈໍາປີ 2017 ເມື່ອບໍ່ດົນມານີ້, ໂດຍການເປັນປະທານຂອງທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ລຽນ ທິແກ້ວ, ໄດ້ຍົກໃຫ້ເຫັນວ່າ: ປີຜ່ານມາ, ສາມາດລຶບລ້າງຄວາມທຸກຍາກໄດ້ 6.546 ຄອບຄົວ, ລື່ນແຜນການເຖິງ 17% (ແຜນ 5.580 ຄອບຄົວ) ແລະ ປັດຈຸບັນ, ຄອບຄົວທຸກຍາກຍັງເຫລືອປະມານ 69.772 ຄອບຄົວ, ຂະນະທີ່ວຽກງານລຶບລ້າງບ້ານທຸກຍາກແມ່ນບໍ່ສາມາດບັນລຸຕາມແຜນວາງໄວ້ ຄືເຮັດໄດ້ພຽງ 36 ບ້ານໃນ 178 ບ້ານຂອງແຜນການ ແລະ ບ້ານທຸກຍາກຍັງເຫລືອ 1.653 ບ້ານ. ສຳລັບບ້ານພັດທະນາແມ່ນສ້າງໄດ້ 81 ບ້ານ, ລື່ນແຜນການ 3 ບ້ານ. ປັດຈຸບັນມີບ້ານພັດທະນາໃນທົ່ວປະເທດທັງໝົດ 3.917 ບ້ານ. ສ່ວນການສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍຕາມສີສັນຂອງຊົນນະບົດປະຕິບັດໄດ້ພຽງ 3 ບ້ານໃນ 8 ບ້ານຂອງແຜນການ ແລະ ມາຮອດປັດຈຸບັນ ມີບ້ານໃຫຍ່ກາຍເປັນຕົວເມືອງນ້ອຍ 31 ບ້ານໃນຄາດໝາຍສູ້ຊົນວາງໄວ້ 213 ບ້ານ, ເຊິ່ງນອນໃນ 107 ເມືອງ ແລະ 16 ແຂວງ ແນວໃດກໍຕາມ, ໃນວຽກງານດັ່ງກ່າວໂດຍລວມຍັງເຫັນວ່າຂອດປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນກົມກຽວ ແລະ ໄປລວງດຽວກັນ, ໂດຍສະເພາະແມ່ນບໍ່ທັນປະຕິບັດໄດ້ຕາມເນື້ອໃນຈິດໃຈທີ່ໄດ້ກຳນົດໄວ້ໃນດຳລັດເລກທີ 65/ນຍ, ຍ້ອນບັນຫາການສະຫລຸບປະເມີນຜົນກ່ຽວກັບວຽກພັດທະນາຊົນນະບົດ-ລຶບລ້າງຄວາມທຸກຍາກ ແລະ ການຈັດສັນອາຊີບຄົງທີ່ບໍ່ທັນລະອຽດຖືກຕ້ອງຕາມສະພາບຕົວຈິງ ແລະ ບັນຫາສຳຄັນແມ່ນບໍ່ຮູ້ຢ່າງຊັດເຈນກ່ຽວກັບໝາກຜົນການນຳໃຊ້ງົບປະມານ ແລະ ແຫລ່ງທຶນຈາກແຫລ່ງຕ່າງໆ, ເຊິ່ງຂະແໜງພັດທະນາຊົນນະບົດຖືວ່າມີງົບປະມານຫລາຍກວ່າໝູ່, ໂດຍລວມທັງງົບປະມານພາຍໃນສະເພາະຂອງວຽກພັດທະນາຊົນນະບົດ ແລະ ງົບປະມານລົງເຂດຊົນນະບົດຂອງທຸກຂະແໜງການ, ຂອງການຊ່ວຍເຫລືອ ແລະ ການປະກອບສ່ວນຂອງລະບົບທະນາຄານນະໂຍບາຍ ແລະ ທະນາຄານອື່ນໆ, ຊຶ່ງຂະແໜງວຽກພັດທະນາຊົນນະບົດແມ່ນຂະແໜງການທີ່ທົ່ວພັກ ແລະ ລັດຖະບານຖືເປັນບຸລິມະສິດພິເສດ, ສະນັ້ນໃນຕໍ່ໜ້ານີ້, ພາກສ່ວນກ່ຽວຂ້ອງນັບແຕ່ສູນກາງຮອດທ້ອງຖິ່ນຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິຜົນ ແລະ ບັນລຸເປົ້າໝາຍກໍານົດໄວ້.
ແລະໃນໂອກາດໃຫ້ກຽດໂອ້ລົມກອງປະຊຸມດັ່ງກ່າວຂອງທ່ານປະທານປະເທດ ບຸນຍັງ ວໍລະຈິດ ກໍໄດ້ຍົກໃຫ້ເຫັນສະພາບຕົວຈິງຂອງປະຕິບັດວຽກງານໃນໄລຍະຜ່ານມາວ່າ: ເຖິງແມ່ນລວມຍອດຜະລິດຕະພັນພານໃນ (GDP) ຂອງປະເທດເຮົາໄດ້ມີການເພີ່ມຂຶ້ນກໍຕາມ, ແຕ່ເບິ່ງເລິກແລ້ວເຫັນວ່າລາຍຮັບຂອງປະຊາຊົນສ່ວນຫລາຍຍັງຢູ່ໃນລະດັບຕໍ່າ, ໂດຍສະເພາະແມ່ນເຂດຊົນນະບົດຫ່າງໄກສອກຫລີກ, ຂະນະດຽວກັນ ຕົວເລກຄວາມທຸກຍາກໄດ້ຫລຸດລົງ ແຕ່ການປ່ຽນແປງດ້ານລະດັບຊີວິດການເປັນຢູ່ຂອງປະຊາຊົນຍັງບໍ່ທັນຫັນປ່ຽນຈະແຈ້ງ, ຊຶ່ງສາເຫດຕົ້ນຕໍດ້ານໜຶ່ງທີ່ພາໃຫ້ GDP ເພີ່ມຂຶ້ນແມ່ນມາຈາກການຂາຍຊັບພະຍາກອນທໍາມະຊາດ, ຈາກບັນດາໂຄງການອຸດສະຫະກໍາຂະໜາດໃຫຍ່, ເຊິ່ງໂຄງການເຫລົ່ານີ້ ບໍ່ສາມາດສ້າງວຽກເຮັດງານທໍາ, ສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ຊາວກະສິກອນ, ອີກດ້ານໜຶ່ງການຜະລິດກະສິກໍາຂອງຊາວກະສິກອນໃນປະເທດເຮົາ ໂດຍລວມເຫັນວ່າຍັງແມ່ນກະສິກໍາຂະໜາດນ້ອຍ, ຫລ້າຫລັງ, ກະແຈກກະຈາຍ, ຂຶ້ນກັບທໍາມະຊາດເປັນສ່ວນໃຫຍ່, ການຜະລິດມີສະມັດຕະພາບຕໍ່າ, ມູນຄ່າເພີ່ມບໍ່ສູງ, ບໍ່ສາມາດນໍາເອົາລາຍຮັບທີ່ໝັ້ນຄົງມາສູ່ຊາວກະສິກອນ, ເຮັດໃຫ້ການປະກອບອາຊີບ, ການຕັ້ງພູມລໍາເນົາຂອງປະຊາຊົນບໍ່ມີຄວາມໝັ້ນຄົງ, ເມື່ອຊາວກະສິກອນເຊິ່ງກວມສ່ວນຫລາຍຂອງປະຊາກອນໃນປະເທດຍັງທຸກ, ແນ່ນອນປະເທດຊາດພວກເຮົາ ກໍບໍ່ສາມາດມັ່ງຄັ່ງເຂັ້ມແຂງ ແລະ ສີວິໄລໄດ້, ສະນັ້ນມັນຮຽກຮ້ອງໃຫ້ພວກເຮົາເບິ່ງສະພາບຢ່າງພາວະວິໄສແທ້, ບໍ່ຄວນແລ່ນນໍາຕົວເລກ ຫລື ຊື່ນຊົມຜົນງານແບບລວມໆ. ດັ່ງນັ້ນໃນຕໍ່ໜ້ານີ້, ຂໍໃຫ້ຂະແໜງການກ່ຽວຂ້ອງຕ້ອງຖືເອົາການຊຸກຍູ້ສົ່ງເສີມການຜະລິດກະສິກໍາເປັນວຽກໃຈກາງ ແລະ ເປັນຫົວໃຈຂອງການພັດທະນາ, ທັງຮັບປະກັນຄວາມຍືນຍົງທາງດ້ານເສດຖະກິດ-ສັງຄົມ ແລະ ສະພາບແວດລ້ອມ, ໝາຍວ່າຕ້ອງສ້າງອາຊີບທີ່ໝັ້ນຄົງໃຫ້ປະຊາຊົນໃນເຂດຊົນນະບົດຫ່າງໄກສອກຫລີກ, ດ້ວຍການຊຸກຍູ້ໃຫ້ເຂົາເຈົ້າມີສ່ວນຮ່ວມໃນກິດຈະການຕ່າງໆທີ່ຕິດພັນກັບວຽກງານກະສິກໍາ ແລະ ຂະແໜງການອື່ນໆ, ເພື່ອໃຫ້ເຂົາເຈົ້າເປັນເຈົ້າການໃນການເຂົ້າຮ່ວມການຜະລິດອຸດສະຫະກໍາ, ການປຸງແຕ່ງ, ການບໍລິການ ແລະ ອື່ນໆ, ເພື່ອແນໃສ່ຫລຸດຜ່ອນການຫລັ່ງໄຫລເຂົ້າມາເຮັດວຽກໃນຕົວເມືອງ.

