ໄຟໄໝ້ປ່າອິນເດຍ ເສຍຊີວິດ 9 ຄົນ ແລະ ບາດເຈັບ 18 ຄົນ

ເຈົ້າໜ້າທີ່ອິນເດຍກ່າວໃນວັນທີ 12 ມີນາວ່າ: ນັກປືນເຂົາເສຍຊີວິດ 9 ຄົນ ແລະ ອີກ 18 ຄົນຖືກໄຟໄໝ້ອາການສາຫັດ. ຂະນະທີ່ໄຟໄໝ້ປ່າລຸກລາມເຜົາຜານແຫລ່ງປືນເຂົາຍອດນິຍົມໃນລັດທະມິນາທູ.
ກຸ່ມນັກປືນເຂົາຢູ່ໃນເຂດເທນີພື້ນທີ່ພູເຂົາທາງພາກໃຕ້ ເຊິ່ງເປັນປ່າໜາ ແລະ ສວນຊາຕ້ອງອົບພະຍົບໜີໄຟໄໝ້ປ່າທີ່ລຸກລາມເຂົ້າມາຢ່າງວ່ອງໄວ ແລະ ຄາດວ່າຜູ້ເຄາະຮ້າຍອາດອອກນອກເສັ້ນທາງຫລັກຂອງແຫລ່ງປືນເຂົາຍອດນິຍົມ. ເຈົ້າໜ້າທີ່ກ່າວວ່າ: ມີຜູ້ເສຍຊີວິດ 9 ຄົນ ແລະ ໄດ້ຮັບການຊ່ວຍເຫລືອອອກມາໄດ້ 27 ຄົນ ໃນຈຳນວນນີ້ມີ 18 ຄົນທີ່ໄດ້ຮັບບາດເຈັບ ແລະ ຖືກນຳສົ່ງໂຮງໝໍ ເນື່ອງຈາກໄຟໄໝ້ທົ່ວຮ່າງກາຍອາການສາຫັດ. ປັດຈຸບັນຍັງບໍ່ສາມາດຄວບຄຸມໄຟໄໝ້ປ່າໄດ້ໃນພື້ນທີ່ ເຊິ່ງມີອານາເຂດຕິດຕໍ່ກັບລັດເກລະ, ສ່ວນສາເຫດຍັງບໍ່ຮູ້ແນ່ນອນ ແລະ ກຳລັງສືບສວນ.

