ເມືອງຈຳພອນເປີດງານທ່ອງທ່ຽວ

ເມືອງຈຳພອນ ແຂວງສະ ຫວັນນະເຂດ ໄດ້ຈັດງານບຸນ ພະເຫວດ-ບຸນບັ້ງໄຟ ເພື່ອຕ້ອນ ຮັບປີທ່ອງ ທ່ຽວລາວຂຶ້ນຢ່າງ ຍິ່ງໃຫຍ່ໃນ ວັນທີ 3 ມີນານີ້, ຢູ່ ທີ່ວັດບ້ານແກ້ງກອກດົງ, ໂດຍ ການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າ ແຂວງສະຫວັນນະເຂດ, ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າ ແຂວງ, ມີບັນດາທ່ານເຈົ້າ ເມືອງ, ຫົວໜ້າພະແນກການ ຕ່າງໆ ແລະ ພິເສດຍັງມີທ່ານ ກົງສູນ ໃຫຍ່ ແຫ່ງລາຊະອານາ ຈັກໄທ ປະຈຳແຂວງສະຫວັນ ນະເຂດກໍໄດ້ເຂົ້າຮ່ວມ.
+ ແຂງຄຳມ່ວນເປີດທ່ອງທ່ຽວດ້ວຍບັນຍາກາດຟົດຟື້ນ
+ ສາລະວັນຈະເປີດປີທ່ອງທ່ຽວຕິດພັນກັບບຸນຫໍໄຕປີດົກໃນຕົ້ນເດືອນເມສາທີ່ຈະເຖິງນີ້
ທ່ານ ເຈົ້າເມືອງຈຳພອນ ໄດ້ລາຍງານການກະກຽມ ຈັດ ງານຄັ້ງນີ້ວ່າ: ການຈັດງານ ບຸນພະເຫວດ ແລະ ບຸນບັ້ງໄຟ ທີ່ເມືອງຈຳພອນປີນີ້ ແມ່ນເປັນ ງານບຸນປາງໃຫຍ່ ເຊິ່ງເປັນກິດ ຈະກຳໜຶ່ງທີ່ນອນຢູ່ໃນ 7 ກິດ ຈະກຳຂອງປີທ່ອງທ່ຽວລາວ 2018 ທີ່ແຂວງສະຫວັນນະ ເຂດ ເຊິ່ງໃນງານໄດ້ມີການ ສະ ແດງຄະນະກອງຕຸ້ມກອງຫາງ ຂອງຊາວບ້ານແກ້ງກອກດົງ ແລະ ຄະນະກອງຕຸ້ມກອງຫາງ ຂອງຊາວເມືອງຈຳພອນ, ຊົມ ການສະແດງສິລະປະວັນນະ ຄະດີ, ປະກວດນັກຮ້ອງສຽງ ດີ, ໝໍລຳສຽງໃສ, ເປົ່າສະໄນ, ເປົ່າແຄນ ແລະ ແຂ່ງຂັນກິລາ ພື້ນບ້ານ (ຊ່ວງເຮືອ ໂຄກ ແລະ ຕີກ໊ອຟໝາກແຕງ) ຂອງ ນ້ອງນັກຮຽນທີ່ມາຈາກໂຮງ ຮຽນແຫ່ງຕ່າງໆ, ພ້ອມຍັງ ມີການວາງສະແດງ-ຈຳໜ່າຍ ສິນຄ້າໂອດ໊ອບ ເຊິ່ງເປັນ ຜະລິດຕະພັນຈາກກຸ່ມບ້ານ ຕ່າງໆ, ທີ່ຂຶ້ນກັບເມືອງຈຳ ພອນ. ພິເສດຍັງໄດ້ຮ່ວມກັນ ແຫ່ພະເຫວດ ຫລື ອັງເຊີນພະ ເຫວດເຂົ້າເມືອງ ຕາມປະເພນີ ທີ່ເຄີຍປະຕິບັດກັນມາແຕ່ບູ ຮານນະການ.
ໃນໂອກາດນີ້ ທ່ານ ຄຳ ພູນ ຕຸໄພທູນ ຮອງເຈົ້າແຂວງ ສະຫວັນນະເຂດທັງເປັນປະ ທານຄະນະຈັດງານປີທ່ອງ ທ່ຽວຂັ້ນແຂວງ ໄດ້ມີຄຳເຫັນ ວ່າ: ການຈັດງານບຸນພະ ເຫວດ ແລະ ບຸນບັ້ງໄຟທີ່ເມືອງ ຈຳພອນປີນີ້ ແມ່ນມີຄວາມ ໝາຍສຳຄັນຍິ່ງ ເພາະເປັນງານ ບຸນທີ່ນອນຢູ່ໃນ 7 ກິດຈະກຳ ເພື່ອຮອງຮັບປີທ່ອງທ່ຽວລາວ 2018 ທີ່ແຂວງສະຫວັນນະ ເຂດ. ເພື່ອແນໃສ່ສົ່ງເສີມ ຮີດຄອງປະເພນີ ແລະ ຂະນົບ ທຳນຽມ ອັນດີງາມຂອງຊາດ ພ້ອມທັງເປັນການເປີດກວ້າງ ການທ່ອງທ່ຽວດ້ານວັດທະນະ ທຳ ຕິດພັນກັບການສະເຫລີມ ສະຫລອງປີທ່ອງທ່ຽວລາວ 2018 ຂອງຊາວແຂວງສະ ຫວັນນະເຂດ ກໍຄືຊາວເມືອງ ຈຳພອນ ໃຫ້ນັບມື້ຂະຫຍາຍ ຕົວຢ່າງກວ້າງຂວາງ.
ໂອກາດດ່ັງກ່າວ ທ່ານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍແຂກທີ່ເຂົ້າຮ່ວມກໍ ໄດ້ພ້ອມກັນລັ່ນຄ້ອງ 9 ບາດ ເພື່ອເປັນສັນຍາລັກໃນການ ເປີດງານໃນຄັ້ງນີ້ດ້ວຍ./.

