6 ແຂວງພາກກາງຮ່ວມອົບຮົມວຽກງານວິເຄາະ ແລະ ສາຖິຕິ ທີ່ແຂວງສະຫວັນນະເຂດ

ກົມແຜນການ-ການເງິນ, ກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດຊຸດອົບຮົມ ກ່ຽວກັບວຽກງານສະຖິຕິ ສຳ ລັບ 6 ແຂວງພາກກາງຄື: ໄຊ ສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ນະຄອນຫລວງວຽງ ຈັນ ແລະ ແຂວງສະຫວັນນະ ເຂດ ຂຶ້ນໃນລະຫວ່າງວັນທີ 5-7 ມີນາ 2018 ທີ່ ແຂວງ ສະຫວັນນະເຂດ, ໂດຍມີ ທ່ານ ຫົວໜ້າກົມ-ຮອງກົມ, ຫົວໜ້າ ພະແນກ-ຮອງພະແນກ, ວິຊາ ການຕ່າງໆ ຈາກກະຊວງ ແລະ ບັນດາແຂວງດັ່ງກ່າວເຂົ້າ ຮ່ວມນຳ.
+ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວສະຫລຸບວຽກງານເສນາທິການປະຈໍາປີ 2017
+ ຈັດອົບຮົມການວິໄຈສານຜິດຕົກຄ້າງໃນພືດ ແລະ ໝາກໄມ້
ຊຸດຝຶກອົບຮົມຄັ້ງນີ້ ກໍເພື່ອ ເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມຮັບ ຮູ້ເຂົ້າໃຈວິທີການວິເຄາະ ແລະ ສ້າງອະທິບາຍຜົນການວິ ເຄາະ ແລະ ໃຫ້ມີຄວາມເຂົ້າໃຈ ລະບອບວິທີການສ້າງສະຖິຕິ ທັງສາມາດອະທິບາຍຜົນຮັບ ຈາກການສ້າງສະຖິຕິແບບວິ ທີການລາຍງານບໍລິຫານໃຫ້ ເປັນລະບົບ.
ໃນຊຸດອົບຮົມຍັງຈະໄດ້ ມີການປຶກສາຫາລືກຳນົດຕົວ ຊີ້ບອກຂອງຂະແໜງການ ຖະແຫລງຂ່າວກັບທ້ອງຖິ່ນ ໂດຍຈະໄດ້ມີການນຳສະເໜີ ໃຫ້ຮູ້ເຖິງຈຸດປະສົງສ້າງສະ ຖິ ຕິ ຂະແໜງຖະແຫລງຂ່າວ, ນຳສະເໜີຕົວຊີ້ບອກ ແລະ ຕາຕະລາງສະຖິຕິຖະແຫລງ ຂ່າວ, ກຳນົດຕົວຊີ້ບອກລະ ດັບຊາດ, ລະດັບຂະແໜງ ການ ແລະ ທ້ອງຖິ່ນລວມທັງ ການສ້າງ ແຜນງານການຈັດ ຕັ້ງປະຕິບັດໃນວຽກງານສະ ຖິຕິຖະແຫລງຂ່າວໃຫ້ດີຂຶ້ນ./.

