ອັດຕະປື ສືບຕໍ່ກໍ່ສ້າງເສົາຫລັກເມືອງໃຫ້ສຳເລັດທ້າຍປີນີ້

ທ້າຍອາທິດຜ່ານມາ, ໄດ້ມີພິທີລົງນາມໃນບົດບັນທຶກໃຫ້ສືບຕໍ່ກໍ່ສ້າງເສົາຫລັກເມືອງທີ່ແຂວງອັດຕະປື, ພາຍຫລັງໄດ້ຈັດຕັ້ງປະຕິບັດມາແຕ່ປີ 2014 ແລະ ມາໄລຍະໜຶ່ງໄດ້ຢຸດຕິໂຄງການກໍ່ສ້າງ ເນຶ່ອງຈາກເປັນໂຄງການບໍ່ທັນໄດ້ລະບຸເຂົ້າໃນແຜນ ແລະ ສະພາບໍ່ທັນຮັບຮອງເອົາ, ຈົນມາຮອດປີ 2018 ນີ້ ໂຄງການດັ່ງກ່າວຈຶ່ງໄດ້ຮັບຮອງເຂົ້າໃນແຜນການ ແລະ ສະພາຮັບຮອງເປັນທີ່ຮຽບຮ້ອຍ.
ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງອັດຕະປື ໄດ້ໃຫ້ຮູ້ວ່າ: ໂຄງການດັ່ງກ່າວຕັ້ງຢູ່ເທສະບານເມືອງສາມັກຄີໄຊ ມີເນື້ອທີ່ 9.593 ຕາແມັດ, ຈະສ້າງເປັນອາຄານຊົງລາວ ກວ້າງ 33×33 ແມັດ, ສູງ 26,9 ແມັດ ໂດຍແມ່ນບໍລິສັດສະຫະກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ, ໂດຍສັງລວມປະຕິບັດວຽກງານການກໍ່ສ້າງໃນໄລຍະຜ່ານມາທັງໝົດໄດ້ 31% ລວມເປັນມູນຄ່າ 3,6 ຕື້ກວ່າກີບ, ຄາດວ່າຈະໃຫ້ສຳເລັດໃນທ້າຍປີ 2018 ນີ້. ໂຄງການດັ່ງກ່າວສ້າງຂຶ້ນເພື່ອເປັນມິ່ງຂວັນຂອງເມືອງທີ່ຕິດພັນກັບວັດທະນະທຳ, ຮີດຄອງປະເພນີຂອງຊາວລາວ ໂດຍສະເພາະແມ່ນຊາວແຂວງອັດຕະປືມາແຕ່ດັ່ງເດີມ. ພ້ອມນີ້ ຍັງເປັນການສົ່ງເສີມການທ່ອງທ່ຽວອີກດ້ວຍ.
ຮ່ວມລົງນາມຄັ້ງນີ້ ມີທ່ານ ນາງ ບຸນນານ ບຸນນະແສງ ກຳມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງອັດຕະປື ກັບ ທ່ານ ພູຂົງ ສີສະຫວັດ ຕາງໜ້າບໍລິສັດ ສະຫະກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໂດຍມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

