ໂຕໂຢຕ້າເຕືອນທ່ານ ທຣຳ ຂຶ້ນພາສີ ເຫລັກ-ອາລູມີນຽມຈະເພີ່ມຕົ້ນທຶນ

ໂຕໂຢຕ້າ ມໍເຕີ ບໍລິສັດຜະລິດລົດລາຍໃຫຍ່ທີ່ສຸດຂອງໂລກຈາກຍີ່ປຸ່ນ ກ່າວເຖິງກໍລະນີທີ່ປະທານາທິບໍດີ ໂດນັນ ທຣຳ ກຽມຂຶ້ນພາສີເຫລັກ ແລະ ອາລູມີນຽມ ຈະສົ່ງຜົນໃຫ້ລາຄາລົດທີ່ຂາຍໃນອາເມລິກາແພງຂຶ້ນ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ ໃນວັນທີ 2 ມີນາວ່າ: ບໍລິສັດ ໂຕໂຢຕ້າ ມໍເຕີ ຜູ້ຜະລິດລົດລາຍໃຫຍ່ທີ່ສຸດຂອງໂລກຈາກຍີ່ປຸ່ນ ອອກຖະແຫລງການໃນວັນທີ 2 ມີນາ ຫລັງປະທານາທິບໍດີ ໂດນັນ ທຣຳ ປະກາດມາດຕະການຂຶ້ນພາສີນຳເຂົ້າຜະລິດຕະພັນເຫລັກ 25% ແລະ ການຂຶ້ນພາສີນຳເຂົ້າຜະລິດຕະພັນອາລູມີນຽມອີກ 10% ໂດຍຈະມີການປະກາດລາຍລະອຽດທັງໝົດຢ່າງເປັນທາງການໃນອາທິດນີ້ ວ່າມາດຕະການດັ່ງກ່າວຈະສົ່ງຜົນໃຫ້ລາຄາຂາຍລົດໃນອາເມລິກາແພງຂຶ້ນ ເນື່ອງຈາກຕົ້ນທຶນການຜະລິດທີ່ສູງຂຶ້ນ ໂດຍຫລາຍກວ່າ 90% ຂອງເຫລັກ ແລະ ອາລູມີນຽມທີ່ ໂຕໂຢຕ້າ ໃຊ້ສຳລັບຜະລິດສິນຄ້າຈຳໜ່າຍໃນອາເມລິກາ ເປັນການສັ່ງຊື້ຈາກຜູ້ປະກອບການໃນອາເມລິກາທັງໝົດ.
ຖະແຫລງການຂອງ ໂຕໂຢຕ້າ ລະບຸອີກວ່າ: ບໍ່ພຽງແຕ່ສະເພາະລົດຂອງບໍລິສັດເທົ່ານັ້ນ, ແຕ່ຜູ້ຜະລິດລົດລາຍອື່ນລ້ວນຈະໄດ້ຮັບຜົນກະທົບຈາກມາດຕະການນີ້ທັງໝົດ. ປັດຈຸບັນ ອາເມລິກາຖືເປັນຕະຫລາດຕ່າງປະເທດຂະໜາດໃຫຍ່ທີ່ສຸດຂອງ ໂຕໂຢຕ້າ ດ້ວຍຍອດຈຳໜ່າຍ 2,4 ລ້ານຄັນ ໃນປີຜ່ານມາ. ນອກຈາກນີ້ ໂຕໂຢຕ້າ ຍັງມີແຜນກໍ່ສ້າງໂຮງງານແຫ່ງໃໝ່ໃນລັດແອລະບາມາ ທີ່ເປັນການລົງທຶນມູນຄ່າ 1.600 ລ້ານໂດລາສະຫະລັດ ຮ່ວມກັບບໍລິສັດ ມາສດ້າ ມໍເຕີ ອີກໜຶ່ງຜູ້ຜະລິດລົດລາຍໃຫຍ່ຈາກຍີ່ປຸ່ນ.

